ອັກພອສໂຕອາຍຸ 54 ປີ ແມ່ລູກ 4 ແລະມີຫຼານແລ້ວ ຊາວເມືອງຊິດນີ ເດີນທາງໂດຍເຮືອບິນຈາກເມືອງຊຽງໄຮ້ ທາງພາກຕະເວັນອອກຂອງຈີນ ແລະມາຕໍ່ເຮືອບິນທີ່ກົວລາລັມເປີເພື່ອໄປຍັງເມືອງເມລເບິຣນ ຢາໄອຖືກຄົ້ນພົບເມື່ອລາວນຳກະເປົາຖື 2 ໃບໃສ່ເຄື່ອງກວດເອັກຊະເຣເມື່ອຈະອອກຈາກສະໜາມບິນ
ຄະດີນີ້ເອັກພອສໂຕໃຫ້ການຕໍ່ສານວ່າ ລາວເດີນທາງໄປຊຽງໄຮ້ເພື່ອພົບກັບທະຫານຊາວອາເມລິກາທ່ານໜື່ງ ຊື່ງລາວພົບຮັກທາງອອນໄລສ ແລະລາວຖືກຮ້ອງຂໍໃຫ້ຖືກະເປົາເຕັມໄປດ້ວຍເສື້ອຜ້າ ໂດຍບໍ່ຮູ້ວ່າໃນກະເປົາມີຢາເສບຕິດເຊື່ອງຢູ່
ທັນຍ່າ ຊີເວດຕີ ທະນາຍຄວາມຍິງຂອງເອັກພອສໂຕກ່າວວ່າ ຮູ້ສຶກຜິດຫວັງຕໍ່ຄຳຕັດສິນຂອງສານອຸທອນເມື່ອວັນພະຫັດ ເນື່ອງຈາກພະຍານຫຼັກຖານຊີ້ຊັດເຈນວ່າລູກຄວາມຂອງລາວຕົກເປັນເຫຍື່ອຂອງຮັກລວງທາງອິນເຕີເນັດ ແລະຖືກຫຼອກໃຫ້ຂົນຢາເສບຕິດ ຫຼັງຟັງຄຳຕັດສິນເອັກພອສໂຕຮູ້ສຶກຊ໊ອກ ແຕ່ກໍ່ຢູ່ໃນຄວາມສະຫງົບ ຄະດີນີ້ລາວໄດ້ຍື່ນອຸທອນເພື່ອສູ້ຄະດີຕໍ່ໃນສານດີກາແລ້ວ
ກົດໜາຍຂອງມາເລເຊຍກຳນົດໂທດປະຫານຊີວິດສະຖານດຽວ ສຳລັບຜູ້ທີ່ມີຄວາມຜິດຖານຂົນສານເສບຕິດຕ້ອງຫ້າມ ທີ່ມີນ້ຳໜັກລວມຕັ້ງແຕ່ 50 ກຣາມຂື້ນໄປ
ຄວາມສຳພັນລະຫວ່າງມາເລເຊຍກັບອອສເຕເລຍເຢັນຊາລົງຫຼາຍປີຫຼັງຈາກມາເລເຊຍປະຫານຊີວິດດ້ວຍການແຂວນຄໍ ນັກໂທດຊາວອອສເຕເລຍ 2 ຄົນໃນປີ ພສ 1986 ຖານຂົນຢາເສບຕິດ ແລະທ່ານບ໊ອບຣອດ ນາຍົກລັດຖະມົນຕີອອສເຕເລຍໃນຂະນະນັ້ນ ກ່າວປະນາມການປະຫານຂອງມາເລເຊຍວ່າ “ປ່າເຖື່ອນ” ຊື່ງແມ່ນວ່າຈະມີສຽງສະທ້ອນໃນທາງລົບ ແຕ່ທາງການມາເລເຊຍຍັງເດີນໜ້າແຂວນຄໍປະຫານຊີວິດ ຊາວອອສເຕຣເລຍຄົນໜື່ງທີ່ລັກລອບຂົນເຣໂຣອິນເຂົ້າສູ່ມາເລເຊຍໃນປີ 1993 ແລະລັດຖະບານອອສເຕຣເລຍເຮັດໄດ້ພຽງອອກຖະແຫຼງການຕອບໂຕ້ສະແດງຄວາມເສຍໃຈຢ່າງສຸດຊິ້ງ

No comments:
Post a Comment