Friday, 25 May 2018

ທຳນຽບຂາວປະກາດຫລຸດລາຄາຫຼຽນທີ່ລະນຶກປະຊຸມ “ທຣັມ-ຄິມ”

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນວໍຊິງຕັນປະເທດອາເມລິກາເມື່ອວັນທີ່ 24 ພຶດສະພາວ່າ ເວັບໄຊຈຳໜ່າຍຂອງທີ່ລະນຶກຂອງທຳນຽບຂາວປະກາດເມື່ອວັນພະຫັດວ່າ ລາຄາຈຳໜ່າຍຫຼຽນທີ່ລະນຶກສຳລັບການປະຊຸມສຸດຍອດລະຫວ່າງປະທານາທິບໍດີໂດນັລ ທຣັມ ຜູ້ນຳອາເມລິກາກັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຢູ່ທີ່ 19.95 ດອລລາ (ປະມານ 160.000 ກີບ) ຈາກລາຄາປົກກະຕິ 24.95 ດອລລາ (ປະມານ 200.000 ກີບ) ເປັນເວລາ 2 ເດືອນໂດຍມີການລະບຸດ້ວຍວ່າ ທຳນຽບຂາວແລະກອງທັບອາເມລິກາຊື່ງເປັນຜູ້ຜະລິດຫຼຽນດັ່ງກ່າວຕ້ອງການຈັດເຮັດຫຼຽນທີ່ລະນຶກສຳລັບການປະຊຸມຄັ້ງນີ້ ບໍ່ວ່າການພົບຫາລືລະຫວ່າງຜູ້ນຳທັງສອງຄົນຈະເກີດຂື້ນຕາມກຳນົດການຫຼືບໍ່ກໍ່ຕາມ

ທັງນີ້ລັດຖະບານວໍຊິງຕັນເຜີຍແຜ່ສຳເນົາຈົດໜາຍເປີດຜະນຶກຂອງທຣັມ ສົ່ງເຖີງຜູ້ນຳສູງສຸດຂອງເກົາຫຼີເໜືອ ມີສາລະສຳຄັນວ່າເປັນຝ່າຍຂໍຍົກເລີກການປະຊຸມຮ່ວມກັນຊື່ງກຳນົດໄວ້ທີ່ສິງກະໂປໃນວັນທີ່ 12 ມິຖຸນານີ້ ໂດຍໃຫ້ເຫດຜົນວ່າເປັນເພາະ “ພຶດຕິກຳແຂງກະດ້າງ ແລະຄົມຄູ່ຄຸກຄາມຢ່າງເປີດເຜີຍ” ຂອງລັດະບານປຽງຢາງ ແຕ່ລົງທ້າຍວ່າຍັງຄົງມີຄວາມຫວັງຈະໄດ້ພົບກັນ “ເມື່ອເຖິງເວລາອັນເໜາະສົມ”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...