Sunday, 27 May 2018

ກຳຕິດຈະຫລວດ!! ຈັບໄດ້ແລ້ວໂຈນໃຈບາບ ຕີຜູ້ເຖົ້າເພື່ອປຸ້ນຄຳມື້ເຊົ້ານີ້ທີ່ສະຫວັນນະເຂດ

ຜູ້ກໍ່ເຫດເອົາຂອງແຂງຕີຄົນສູງອາຍຸເພື່ອປຸ້ນຄຳ 5 ບາດ ໃນວັນທີ 27 ດືອນ 05ປີ2018 ເວລາປະມານ 11:15 ນາທີ ຢູ່ບ້ານ ໄຊຍະພູມ ນະຄອນໄກສອນ ແຂວງສະຫວັນນະເຂດ ທັນທີທີ່ເກີດເຫດພີ່ນ້ອງໄດ້ແຈ້ງຫາເຈົ້າໜ້າທີ່ເພື່ອຕິດຕາມຕົວ ແລະກໍ່ສາມາດຈັບໄດ້ບໍ່ເທົ່າໃດຊົ່ວໂມງຫຼັງຈາກນັ້ນ ຂໍຊົມເຊີຍເຈົ້າໜ້າທີ່ຢ່າງສຸດໃຈ
ຜູ້ກໍ່ເຫດເປັນຜູ້ຍີງໄວ 48 ປີຊື່ນາງແຂກ ປະຈຸບັນຢູ່ບ້ານໜອງເດີນ (ບໍ່ໄດ້ລະບຸເມືອງ ແລະແຂວງ) ທາງເຈົ້າໜ້າທີ່ໄດ້ແມ່ນໄດ້ໃຊ້ເວລາຕິດຕາມຈັບຕົວຜູ້ກ່ຽວພຽງ 2-3 ຊົ່ວໂມງກໍ່ນຳຈັບໄດ້ຢູ່ບໍລິເວນຫຼັກເກົ້າທາງໂຮງຮຽນ SOS, ຕອນນີ້ກໍ່ປ່ອຍໃຫ້ແກ້ໄຂໄປຕາມຂະບວນການຂອງກົດໝາຍເພື່ອຕັດສິນຕາມສົມຄວນ.








No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...