Friday, 25 May 2018

ພິທີປະກາດ ເມືອງໄກສອນພົມວິຫານ ເປັນນະຄອນໄກສອນພົມວິຫານ ຢ່າງເປັນທາງການ ມີຂຶ້ນໃນມື້ນີ້(25/5/2018)

ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 127/ນຍ, ລົງວັນທີ 11 ເມສາ 2018 ວ່າດ້ວຍການສ້າງຕັ້ງນະຄອນ ໄກສອນ ພົມວິຫານ ປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງເປັນອົງການປົກ ຄອງທ້ອງຖິ່ນຂັ້ນດຽວກັນກັບຂັ້ນເມືອງ, ຂຶ້ນກັບແຂວງສະຫວັນນະເຂດ; ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ແລະ ເປັນ 1 ໃນ 3 ເມືອງທີ່ໄດ້ອະນຸຍາດໃຫ້ສ້າງຕັ້ງເປັນນະຄອນ.
ອີງຕາມຮ່າງວິພາກການສ້າງຕັ້ງນະຄອນ ໄກສອນ ພົມວິຫານ ໃຫ້ຮູ້ວ່າ: ເມືອງໄກສອນ ພົມວິຫານ ເປັນເມືອງໃຫຍ່ອັນດັບສອງຂອງ ສປປ ລາວ ຖັດຈາກນະຄອນຫຼວງ ວຽງຈັນ, ເມືອງນີ້ ຕັ້ງຢູ່ທົ່ງພຽງແຄມແມ່ນ້ຳຂອງໃນພາກກາງຂອງລາວ ເຊິ່ງເປັນຍ່ານທີ່ເຮືອບັນທຸກຂະ ໜາດຕ່າງໆສາມາດສັນຈອນຂຶ້ນ-ລ່ອງຕາມລຳແມ່ນຳຂອງ ເຖິງນະຄອນຫຼວງວຽງຈັນ ໄດ້ສະດວກກວ່າຢູ່ ບ່ອນອື່ນໆ ໃນປະເທດລາວ, ເປັນເມືອງທີ່ຕັ້ງຢູ່ຈຸດເລີ່ມຂອງເສັ້ນທາງເລກ 9 ເຊິ່ງອອກສູ່ທະເລໃນພາກ ກາງ ຂອງປະເທດຫວຽດນາມ ແລະ ເປັນເມືອງໜຶ່ງທີ່ມີການຂະຫຍາຍຕົວໄວ, ລັກສະນະທີ່ເດັ່ນຂອງ ເມືອງນີ້ ເປັນເມືອງທີ່ມີການຈັດວາງຢ່າງເປັນລະບຽບກວ່າເມືອງອື່ນໆ ໂດຍສະເພາະແມ່ນເສັ້ນທາງຕ່າງໆ ເຊິ່ງຕັດແບ່ງຕົວເມືອງໃຫ້ເປັນລັກສະນະຂອງຕາຜ້າຜັງເມືອງ.
ເມືອງໄກສອນ ພົມວິຫານ ຕັ້ງຢູ່ໃຈກາງຂອງແຂວງ ເປັນທີ່ຕັ້ງຂອງສຳນັກງານ ອົງການຂອງ ແຂວງ, ອົງການທຽບເທົ່າ, ມີສະຖານກົງສູນໃຫຍ່ແຫ່ງ ສ.ສ ຫວຽດນາມ ແລະ ສະຖານກົງສູນໃຫຍ່ແຫ່ງ ຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ, ມີເສັ້ນທາງເຊື່ອມຕໍ່ບັນດາແຂວງພາກກາງ, ພາກໃຕ້ ແລະ ປະເທດເພື່ອນບ້ານ, ມີເສັ້ນທາງແລວເຂດເສດຖະກິດຕາເວັ້ນອອກ-ຕາເວັ້ນຕົກ ຕັດຜ່ານທີ່ມີໄລຍະ ສັ້ນທີ່ສຸດ ການຂົນສົ່ງໄປເຖິງທະເລນ້ຳເລິກດານັງ ສ.ສ ຫວຽດນາມ, ມີເຂດເສດຖະກິດສະຫວັນນະເຂດ-ເຊໂນ ກວມເຖິງ 3 ໂຊນຄື: ໂຊນເອ ກວມ 305 ຮຕ, ໂຊນຊີ ກວມ 232 ຮຕ ແລະ ໂຊນດີ ກວມ 118 ຮຕ ເຊິ່ງມີຫຼາຍບໍລິສັດ ຈາກພາຍໃນ ແລະ ຕ່າງປະເທດມາລົງທຶນໃສ່ເຂດດັ່ງກ່າວ ເປັນສູນການ ສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ແຂວງສະຫວັນນະເຂດ ແລະ ບັນດາແຂວງພາກ ກາງ, ພາກໃຕ້ຂອງລາວ ເຊິ່ງມີຊາຍແດນຕິດກັບບັນດາແຂວງ ແລະ ເມືອງຕ່າງໆຄື: ທິດເໜືອຕິດກັບ ເມືອງອຸທຸມພອນ, ໄຊບູລີ; ທິດໃຕ້ຕິດກັບເມືອງໄຊພູທອງ; ທິດຕາເວັ້ນອອກຕິດກັບເມືອງຈຳພອນ; ທິດຕາ ເວັ້ນຕົກຕິດກັບ ຈັງຫວັດ ມຸກດາຫານ ຣາຊະອານາຈັກໄທ ຫ່າງຈາກທີ່ຕັ້ງສຳນັກງານປົກຄອງແຂວງ 1 ກິໂລແມັດ.
ປັດຈຸບັນ ນະຄອນໄກສອນ ພົມວິຫານ ມີເນື້ອທີ່ທັງໝົດປະມານ 779,03 ກມ, ໃນນັ້ນ: ເປັນເຂດທົ່ງພຽງ ກວມສ່ວນຫຼາຍຂອງເນື້ອທີ່ທັງໝົດ, ການປົກຄອງປະກອບມີ 13 ກຸ່ມບ້ານພັດທະນາ ແລະ ແບ່ງອອກ ເປັນ 2 ເຂດພັດທະນາຄື: ເຂດເທດສະບານປະກອບມີ 6 ກຸ່ມບ້ານ ມີ 31 ບ້ານ ແລະ ເຂດນອກເທດ ສະບານ ມີ 7 ກຸ່ມບ້ານ ມີ 36 ບ້ານ.
ໂຄງປະກອບຂອງພົນລະເມືອງ ອີງໃສ່ຜົນຂອງການສຳຫຼວດພົນລະເມືອງປີ 2015 ທົ່ວເມືອງ ໄກສອນ ພົມວິຫານ ມີພົນລະເມືອງທັງໝົດ 125.726 ຄົນ, ຍິງ 63.713 ຄົນ; ປະກອບມີ 4 ຊົນເຜົ່າ ຄື: ຊົນເຜົ່າລາວ ແລະ ຜູ້ໄທ ກວມເອົາ 95,49%; ເຜົ່າມັງກອນ, ກະຕາງ ແລະ ເຜົ່າອື່ນໆ ກວມເອົາ 2,51%. ນອກນັ້ນ ຍັງມີຊາວຫວຽດນາມ, ຊາວຈີນຕ່າງດ້າວ ແລະ ຊາດອື່ນໆ ກວມເອົາ 2% ຂອງປະ ຊາກອນທັງໝົດ; ພົນລະເມືອງໃນຕົວເທດສະບານ, ຕົວນະຄອນມີ 79.170 ຄົນ, ຄວາມໜາແໜ້ນຂອງ ພົນລະເມືອງ ໃນຕົວເທດສະບານ, ຕົວນະຄອນ 1.515 ຄົນ/ກມ, ສະເລ່ຍໃນທົ່ວເທດສະບານ, ນະຄອນ 162 ຄົນ/ກມ; ຊາວກະສິກອນໃນຕົວເທດສະບານ, ນະຄອນກວມເອົາ 20%.
ສະພາບທາງດ້ານເສດຖະກິດໃນປັດຈຸບັນ ແລະ ທ່າແຮງບົມຊ້ອນ ການຜະລິດຂອງປະຊາຊົນ ແມ່ນກຳລັງແຮງບົມຊ້ອນຂອງທຸກພາກສ່ວນເສດຖະກິດ ຜະລິດກາຍເປັນສິນຄ້ານັບມື້ນັບເພີ່ມຂຶ້ນ ນັບແຕ່ປີ 2010 ຫາ 2016 ເສດຖະກິດຂະຫຍາຍຕົວສະເລ່ຍ 10,98% ຕໍ່ປີ ສະເພາະສົກປີ 2015-2016 ໃນລະດັບ 11,79% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸ 2.053,57 ຕື້ກີບ ທຽບໃສ່ປີ 2010 ເພີ່ມຂຶ້ນ 79,09% ລາຍໄດ້ສະເລ່ຍໃສ່ຫົວຄົນ 2.041 ໂດລາສະຫະລັດ, ພື້ນຖານເສດຖະກິດມີການຫັນ ປ່ຽນໄປຕາມທິດຂອງອັດຕາສ່ວນ ຂະໜາດອຸດສາຫະກຳກວມເອົາ 52,70%, ບໍລິການ 30,66%, ອັດຕາສ່ວນກະສິກຳ 16,64%.

ລາຍຮັບ-ລາຍຈ່າຍ ມີທ່ວງທ່າເພີ່ມຂຶ້ນໃນແຕ່ລະປີ, ມີຄວາມໝັ້ນທ່ຽງເຮັດໃຫ້ຕົວເມືອງ ມີທ່າແຮງຍົກລະດັບໃນການພັດທະນາໃນທຸກດ້ານ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງເສດຖະກິດ-ສັງຄົມ. ການຈັດເກັບລາຍຮັບໃນແຕ່ລະປີມີທ່ວງທ່າທີ່ເພີ່ມຂຶ້ນປະມານ 10-15% ຕໍ່ປີ, ໃນນັ້ນແຫຼ່ງລາຍຮັບຕົ້ນຕໍຄື: ສ່ວຍສາອາກອນ, ທີ່ດິນ, ຊັບສິນລັດ ແລະ ພາສີ. ດ້ານລາຍຈ່າຍ ແມ່ນໄດ້ຄຸ້ມຄອງການເບີກຈ່າຍໃຫ້ຖືກຕ້ອງເຂົ້າສູ່ລະບຽບຫຼັກການມີຄວາມສະຫງົບປອດໄພ.
ດ້ານໂຍທາທິການ ແລະ ຂົນສົ່ງ ທົ່ວນະຄອນມີບັນດາເສັ້ນທາງປູຢາງ ຫຼື ປູເບຕົງ ໃນຕົວເທດສະ ບານ, ນະຄອນແມ່ນກວມເອົາ 98% ທຽບໃສ່ມາດຕະຖານ 90% ເຫັນວ່າລື່ນແລ້ວ, ໃນນັ້ນ ປູຢາງ 14 ເສັ້ນ, ປູເບຕົງ 22 ເສັ້ນ, ຂຸດຮື້ທາງປູຢາງເກົ່າເປັນທາງດິນແດງມີ 4 ເສັ້ນ, ສ່ວນເຂດນອກເທດສະບານ ມີເສັ້ນທາງທັງໝົດ 57 ເສັ້ນ, ຍາວ 362 ກິໂລແມັດ.
ດ້ານກະສິກຳ ແລະ ປ່າໄມ້ ມີເນື້ອທີ່ປ່າໄມ້ທັງໝົດ 47.927 ຮຕ, ເນື້ອທີ່ປູກຝັງທັງໝົດ 27.269 ຮຕ, ໃນນັ້ນ: ເນື້ອທີ່ນາປີ 16.160 ຮຕ, ສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ເນື້ອທີ່ນາແຊງ 500 ຮຕ ສະມັດຕະພາບ 4,2 ໂຕນຕໍ່ເຮັກຕາ, ເນື້ອທີ່ສວນ 4.336 ຮຕ, ເນື້ອທີ່ດິນກະສິກຳອື່ນໆ 6.773 ຮຕ, ແລະ ເນື້ອທີ່ດິນປຸກສ້າງ ແລະ ອື່ນໆ 2.707 ຮຕ.
ສຳລັບເງື່ອນໄຂການສ້າງຕັ້ງນະຄອນທີ່ກຳນົດໄວ້ໃນກົດໝາຍວ່າດ້ານການປົກຄອງທ້ອງຖິ່ນມາດຕາ 63 (ໃໝ່) ໄດ້ລະບຸໃນການສ້າງຕັ້ງນະຄອນ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້: 1. ເປັນເມືອງ ຫຼື ເທດສະບານ ທີ່ມີພົນລະເມືອງແຕ່ 60 ພັນຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານຕ້ອງມີ 25 ພັນຄົນຂຶ້ນໄປ; 2. ມີຄວາມໜາແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ເຊິ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ ຫຼື ເທດສະບານ ແຕ່ 900 ຄົນຂຶ້ນໄປຕໍ່ກິໂລຕາແມັດ; 3. ມີຈຳນວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ເຊິ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ, ເທດສະບານບໍ່ເກີນ 25% ຂອງຈຳນວນພົນລະເມືອງ ທັງໝົດ ທີ່ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ດັ່ງກ່າວ; 4. ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ; 5. ເປັນບ້ານພັດທະນາທັງໝົດ; 6. ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.











No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...