Thursday, 10 May 2018

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທູດອີຕາລີ

ຂປລ. ​ໃນ​ວັນ​ທີ 10 ພຶດສະພາ 2018 ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ ປະທານ​ປະ​ເທດ ​ແຫ່ງ​ ສປປ ລາວ ​ໄດ້​ຕ້ອນຮັບ​ການເຂົ້າຢ້ຽມອໍາລາ ຂອງ ທ່ານ Francesco Saverio Nisio ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ ປະຈຳ ສປປ ລາວ, ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວແຕ່ປີ 2013-2018.
ໃນໂອກາດນີ້ທ່ານ​ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະ​ເທດ ​ແຫ່ງ​ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ສຳເລັດ ການປະຕິບັດໜ້າທີ່ການທູດ ອັນມີກຽດຢ່າງຈົບງາມ ຕະຫລອດໄລຍະເວລາທີ່ດຳລົງຕຳແໜ່ງ  ເປັນເອກອັກຄະລັດຖະທູດ ອີ​ຕາ​ລີ ປະຈຳ ສປປ ລາວ,  ເຊິ່ງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ເປັນຢ່າງສູງ ໃນການຊຸກຍູ້ເສີມ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ  ສອງປະເທດ ລາວ-ອີ​ຕາ​ລີ ໃຫ້ນັບມື້ນັບສູງຂຶ້ນ.
ໃນໂອກາດດຽວກັນ,  ທ່ານ Francesco Saverio Nisio  ກໍໄດ້ສະແດງຄວາມຂອບໃຈຢ່າງສູງ  ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານ​ປະ​ເທດ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ  ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນຊ່ວຍເຫລືອ  ແລະ ອໍານວຍຄວາມສະດວກເປັນຢ່າງດີ  ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ  ຢູ່ ສປປ ລາວ ໃນຄັ້ງນີ້, ຈົນໄດ້ຮັບຜົນສໍາເລັດອັນຈົບງາມ.
ສປປ ລາວ ແລະ ອີ​ຕາ​ລີ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນ ໃນວັນທີ ທັນວາ 1965,  ໂດຍ ມີສຳນັກງານສະຖານທູດ ອີ​ຕາ​ລີ ປະຈຳລາວ ຕັ້ງຢູ່ ບາງກອກຣາຊະ​ອານາຈັກ​ໄທ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...