Thursday, 10 May 2018

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ອາເມຍ ແຫ່ງ ລັດກູເວດ

ຂປລ. ໃນວັນທີ 7 ພຶດສະພາທີ່ຜ່ານມາ 2018, ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ສົມເດັດ ເຊັກ ຊາບາ ອານ-ອາມັດ ອານ-ຈາເບີ ອານ-ຊາບາ (H.H Sheikh Sabah Al-Ahmad Al-Jaber Al-Sabah) ອາເມຍ ແຫ່ງ ລັດກູເວດ, ເພື່ອດໍາລົງຕໍາແໜ່ງເປັນ  ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ກູເວດ ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ, ສົມເດັດ ອາເມຍ ແຫ່ງ ລັດກູເວດ ໄດ້ສະແດງຄວາມຊົມເຊີຍ  ແລະ ຍິນດີຕໍ່ ທ່ານທູດ ສີສອນໄຊ ເຫງົ້າວົງສີ  ທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນ ເອກອັກຄະລັດຖະທູດ ຄົນໃໝ່ ແຫ່ງ ສປປ ລາວ ປະຈໍາ ກູເວດ. ພ້ອມນັ້ນ, ສົມເດັດ ອາເມຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ  ທ່ານທູດ ຈະສາມາດສືບຕໍ່ປະກອບສ່ວນ  ໃນການສົ່ງເສີມສາຍພົວພັນມິດຕະພາບ  ແລະ ການຮ່ວມມື ລະຫວ່າງ ສອງປະເທດ  ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ໄດ້ອວຍພອນແກ່ທ່ານທູດ  ຈົ່ງປະສົບຜົນສໍາເລັດ ໃນວຽກງານການທູດຂອງຕົນ.  ສຸດທ້າຍ, ສົມເດັດ ອາເມຍ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ  ຜ່ານທ່ານທູດ ໄປຍັງ ທ່ານປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດດຽວກັນ,  ທັງສອງຝ່າຍ ຍັງໄດ້ຕີລາຄາສູງ  ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື  ທີ່ມີມາແລ້ວ ລະຫວ່າງ ລາວ-ກູເວດ  ນັບຕັ້ງແຕ່ສອງປະເທດໄດ້ສ້າງ ຕັ້ງສາຍພົວພັນການທູດ ນໍາກັນ ໃນປີ  2008, ​ເຊິ່ງໄດ້ຮັບການເສີມຂະຫຍາຍ ຢ່າງເປັນປົກກະຕິ.
ທ່ານທູດ ສີສອນໄຊ ເຫງົ້າວົງສີ  ໄດ້ສະແດງຄວາມຂອບໃຈ ແລະ ຄວາມປິຕິຍິນດີ ເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້  ແລະ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ  ສະແດງຄວາມຮູ້ບຸນຄຸນຕໍ່ ສົມເດັດ ອາເມຍ  ກໍຄື ລັດຖະບານ ແລະ ປະຊາຊົນ ກູເວດ  ທີ່ໄດ້ໃຫ້ການສະໜັບສະໜູນ  ແລະ ການຊ່ວຍເຫລືອອັນລໍ້າຄ່າ  ໃນການພັດທະນາເສດຖະກິດ-ສັງຄົມຂອງ  ສປປ ລາວ. ພ້ອມນັ້ນ ທ່ານທູດ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ  ໃນໄລຍະທີ່ຕົນປະຕິບັດໜ້າທີ່ຢູ່ກູເວດ  ຈະປະຕິບັດໜ້າທີ່ການທູດຂອງຕົນ ຢ່າງສຸດຄວາມສາມາດ ເພື່ອສືບຕໍ່ ປະກອບສ່ວນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ  ແລະ ການຮ່ວມ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານທູດ ຍັງໄດ້ນໍາເອົາຄໍາອວຍພອນ  ແລະ ຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ຈາກ ທ່ານປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສົມເດັດ ອາເມຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...