Thursday, 10 May 2018

ເປີດໂຄງການແສງສະຫວ່າງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ຂປລ. ສະມາຄົມ ການຕ່າງປະເທດຈີນ ຮ່ວມກັບທີມແພດ ຈາກກຸ່ມບໍລິສັດ ໂຮງໝໍປົວຕາໄອເອີ  ຈະໄດ້ສະໜອງການບໍລິການ ກວດເຊັກສຸຂະພາບດວງຕາ,  ການແນະນໍາ ໃນການຮັກສາດວງຕາ ແລະ ກວດວັດແທກສາຍຕາ ປະກອບແວ່ນສາຍຕາ ໃຫ້ແກ່ນ້ອງນັກຮຽນ, ໂດຍບໍ່ໄດ້ເສຍຄ່າຢູ່ໃນ  ໂຮງຮຽນຄື: ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນໂຮງຮຽນ ມສ ສະຫວັນນະເຂດ ແລະ ປະຖົມສົມບູນສຸນັນທາ ແຂວງສະຫວັນນະເຂດ. ຄາດວ່າ ຈະມີຄົນເຂົ້າກວດວັດແທກສາຍຕາ ປະມານ 3000 ກວ່າຄົນ.
ໃນວັນທີ 10 ພຶດສະພາ 2018 ທີ່ໂຮງຮຽນ ມສ ວຽງຈັນນະຄອນຫລວງວຽງຈັນ ໄດ້ມີພິທີເປີດໂຄງການ ເຄື່ອນໄຫວແສງສະຫວ່າງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປປ ລາວ, ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາທ່ານ ວາງ ເວີນທຽນ ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມແຫ່ງ ສປ.ຈີນ ປະຈໍາລາວມີບັນດາຄູອາຈານ ແລະ ນ້ອງນັກຮຽນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ  ເຂົ້າຮ່ວມ.
ທ່ານ ຫລິວ ປີ້ເຫວີຍ ຮອງປະທານສະມາຄົມ ການຕ່າງປະເທດ ສປ.ຈີນ ກ່າວວ່າ: ໂຄງການດັ່ງກ່າວເປັນໜຶ່ງ ໃນໂຄງການທີ່ສໍາຄັນ ຂອງການຮ່ວມມື ດ້ານການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນຕາມລຸ່ມແມ່ນໍ້າຂອງ -ແມ່ນໍ້າລ້າງຊ້າງ, ເຊິ່ງໄດ້ຮັບການຮັບຮອງໃນ  ລາຍການຜົນສໍາເລັດໂຄງ ການຮ່ວມກັນ ໄລຍະທໍາອິດ” ໃນກອງປະຊຸມຜູ້ນໍາການ ຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ ແຕ່ປີ 2006 ເປັນຕົ້ນມາ, ເຊິ່ງໂຄງການດັ່ງກ່າວ ແມ່ນຈະໄດ້ຊ່ວຍເຫລືອ ຜ່າຕັດໂລກແກ່ນຕາຂຸ້ນ (ຕໍ້ກະຈົກ) ໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນຂອງສາມປະເທດ ຄື: ກໍາປູເຈຍລາວມຽນມາ. ສໍາລັບປີນີ້, ແມ່ນ ດໍາເນີນການໄລຍະສອງ ຂອງໂຄງການ ກໍຄື ກິດຈະກໍາແສງສະຫວ່າງ  ເພື່ອສຸຂະພາບສາຍຕາ ຂອງນ້ອງນັກຮຽນ ໃນໂຮງຮຽນ ມັດທະຍົມ ແລະ ປະຖົມ ຂອງປະເທດກໍາປູເຈຍລາວ ແລະ ບັນດາ ປະເທດລຸ່ມແມ່ນໍ້າຂອງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...