ຄົນຮ້າຍຈຸດຊະນວນລະເບີດລະລອກແໃນຍ່ານໃຈກາງນະຄອນຄາບູລ ກ່ອນຈະຈູດລະເບີດລະລອກທີ່2 ຫຼັງນັກຂ່າວລົງພື້ນທີໃນບັນດາຜູ້ເສຍຊີວິດຢ່າງໜ້ອຍ25ຄົນ ມີຜູ້ສື່ຂ່າວລວມຢູ່ນຳ ໜື່ງໃນນັ້ນຄື ຫົວໜ້າຊ່າງພາບຂອງສຳນັກງານຂ່າວເອເອຟພີປະຈຳນະຄອນຫຼວງຄາບູລກຸ່ມຕິດອາວຸດລັດອິດສະລາມຫຼືໄອເອສອອກມາອ້າງວ່າຢູ່ເບື້ອງຫຼັງເຫດລະເບີດດັ່ງກ່າວນີ້
ເກີດເຫດລະເບີດສອງລະລອກເມື່ອຊ່ວງເຊົ້າ ວັນທີ 29 ເມສາ 2018 ໃນນະຄອນຫຼວງຄາບູລ ອັຟການິຖານ ໂດຍຫຼັງເກີດລະເບີດຄັ້ງແລກ ຜູ້ສື່ຂ່າວໄດ້ລົງພື້ນທີ່ ກ່ອນທີ່ຄົນຮ້າຍຈະຈູດສະນວນລະເບີດຄັ້ງທີ່ 2 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ລວມເຖິງຫົວໜ້າຊ່າງພາບຂອງສຳນັກງານເອເອຟພີ

ໂດຍຄົນຮ້າຍລາຍໜື່ງຊື່ງໃຊ້ລົດຈັກຈຸດສະນວນລະເບີດລູກແລກໃນເຂດຊາດາຣັດ ເຊິ່ງເປັນຍ່ານທີ່ຕັ້ງຂອງສຳນັກງານໃຫ່ຍຂອງກຳລັງພັນທະມິດນຳໂດຍນາໂຕ້ ແລະກະຊວງປ້ອງກັນປະເທດ
ຫຼັງເກີດເກດລະເບີດລະລອກແລກພຽງ 15 ນາທີ ໃນຂະນະທີ່ປະຊາຊົນແລະຜູ້ສື່ຂ່າວໄດ້ເຂົ້າໄປຍັງຈຸດເກີດເຫດ ຢູ່ໆກໍ່ເກີດເຫດລະເບີດຄັ້ງທີ່ສອງຂື້ນ ສົ່ງຜົນເຮັດໃຫ້ທ່ານຊາສ ມາໄຣ ຫົວໜ້າຊ່າງພາບຂອງສຳນັກຂ່າວເອເອຟພີປະຈຳນະຄອນຄາບູລເສຍຊີວິດ ແລະມີຜູ້ໄດ້ຮັບບາດເຈັບຈຳນວນຫຼາຍ ລ່າສຸດ ກຸ່ມຕິດອາວຸດລັດອິດສະລາມຫຼືໄອເອສໄດ້ອອກມາອ້າງວ່າຢູ່ເບື້ອງຫຼັງເຫດລະເບີດດັ່ງກ່າວແລ້ວ ສ່ວນຫຼັງເກີດເຫດ ສຳນັກຂ່າວເອເອຟພີລາຍງານວ່າ ທ່ານຊາ ເສຍຊີວິດຈາກເຫດລະເບີດ ຊື່ງພຸ່ງເປົ້າມາທີ່ກຸ່ມນັກຂ່າວຊື່ງຫລຸດເຂົ້າໄປຍັງທີ່ເກີດເຫດ ໂດຍຄົນຮ້າຍໄດ້ປອມຕົວເປັນນັກຂ່າວ ແລະປະປົນຢູ່ກັບກຸ່ມສື່ມວນຊົນກ່ອນຈະຈຸດສະນວນລະເບີດຂື້ນ
ສຳລັບທ່ານຊາ ມາໄຣນັ້ນ ເລີ່ມຕົ້ນເຮັດວຽກກັບເອເອຟພີໃນຕຳແໜ່ງຄົນຂັບລົດເມື່ອປີ 1996 ລະຫວ່າງຍຸກທີ່ກຸ່ມຕິດອາວຸດຕາລີບັນ ເຮືອງອຳນາດ ແຕ່ດ້ວຍຄວາມທີ່ເຂົາສົນໃຈໃນຂ່າວສານຄວາມເປັນໄປຂອງໂລກ ມີຄວາມສົງໃສໃຜ່ຮູ້ ແລະຮັກໃນການຖ່າຍຮູບ ເອເອຟພີຈື່ງສົ່ງເຂົາໄປຍັງຝຣັ່ງເສດເພື່ອອົບຮົມ ແລະເມື່ອເຂົາກັບມາຍັງນະຄອນຄາບູລອີກຄັ້ງ ເຂົາກໍ່ໄດ້ເລີ່ມຕົ້ນອາຊີບຊ່າງພາບ ກ່ອນຈະໄດ້ຮັບການປັບຕຳແໜ່ງໃຫ້ເປັນຫົວໜ້າຊ່າງພາບປະຈຳສຳນັກງານນະຄອນຄາບູລເມື່ອປີ 2002 ເຊິ່ງການສູນເສຍມາໄຣໃນຄັ້ງນີ້ ນອກຈາກຈະເປັນການສູນເສຍຄັ້ງໃຫ່ຍສຳລັບວົງການສື່ມວນຊົນແລ້ວ ຍັງເປັນການສູນເສຍຄັ້ງໃຫ່ຍຫຼວງຂອງຄອບຄົວມາໄຣ ເຊີ່ງເຂົາມີລູກທັງໜົດ 6 ຄົນ ແລະໜື່ງໃນນັ້ນເປັນລູກສາວທີ່ຫາກໍ່ລືມຕາເບີ່ງໂລກໄດ້ບໍ່ດົນ
ການເກີດເຫດລະເບີດສອງຄັ້ງໃນນະຄອນຫລວງຄາບູລ ຫຼັງເກີດເຫດເຈົ້າໜ້າທີ່ທະຫານແລະຕຳຫຼວດເຂົ້າປະຈຳການຢ່າງແນ້ນໜາ
ນີ້ແມ່ນຮູບທ່ານຊາ ມາໄຣ ຫົວໜ້າຊ່າງພາບສຳນັກຂ່າວເອເອຟພີປະຈຳນະຄອນຄາບູລ ຖ່າຍໄວ້ເມື່ອວັນທີ່ 17 ເມສາ ປີ 2012 ກ່ອນທີ່ເຂົາຈະມາເສຍຊີວິດຂະນະທີ່ກຳລັງເຮັດໜ້າທີ່ສື່ມວນຊົນໃນມື້ນີ້
ນີ້ແມ່ນຮູບທ່ານຊາ ມາໄຣ ຫົວໜ້າຊ່າງພາບສຳນັກຂ່າວເອເອຟພີປະຈຳນະຄອນຄາບູລ ຖ່າຍໄວ້ເມື່ອວັນທີ່ 17 ເມສາ ປີ 2012 ກ່ອນທີ່ເຂົາຈະມາເສຍຊີວິດຂະນະທີ່ກຳລັງເຮັດໜ້າທີ່ສື່ມວນຊົນໃນມື້ນີ້

No comments:
Post a Comment