Tuesday, 1 May 2018

Mark Zuckerberg ບອກຕ້ອງໃຊ້ເວລາອີກ 3 ປີ ແກ້ບັນຫາເຟສບຸກ

Mark Zuckerberg ໃຫ້ສຳພາດກັບ Wired ກ່ອນງານ F8 ໃນຫລາຍປະເດັນ ແຕ່ປະເດັນທີ່ສຳຄັນຄື ການກູ້ວິກິດອົງກອນຈາກບັນຫາຫລາກຫລາຍທີ່ລຸມເລົ້າໃນຊ່ວງນີ້
Zuckerberg ບອກວ່າວິກິດຄັ້ງນີ້ ບໍ່ໄດ້ເຮັດໃຫ້ພາລະກິດຫລັກຂອງບໍລິສັດປ່ຽນໄປ ແຕ່ໃນແງ່ວິທີການ ກໍ່ເຮັດໃຫ້ບໍລິສັດຮູ້ຕົວວ່າ ຕ້ອງເຮັດວຽກເຊີງຣຸກ (proactive) ຫລາຍຂື້ນ ຈາກເດີມທີ່ບໍລິສັດ ເນັ້ນພຽງສ້າງເຄື່ອງມືໃຫ້ດີ ແລະຫວັງວ່າຄົນຈະນຳໄປໃຊ້ໃນທາງທີ່ດີ ແຕ່ຕອນນີ້ເຂົາໃຈແລ້ວວ່າມັນບໍ່ພຽງພໍ ການລໍຖ້າຮັບແຈ້ງບັນຫາຈາກຜູ້ໃຊ້ ແລ້ວຄ່ອຍຕອບສະຫນອງມັນບໍ່ພຽງພໍແລ້ວ
Zuckerberg ປະເມີນວ່າ  Facebook ຕ້ອງໃຊ້ເວລາ 3 ປີ ໃນການສ້າງທີມ ແລະສ້າງລະບົບໃຫ່ມເພື່ອມາແກ້ບັນຫາເຫລົ່ານີ້ ການສ້າງຄົນໃຫ້ເຂົາໃຈບັນຫາ ແລະເຮັດວຽກຮ່ວມກັນໄດ້ດີ ລວມເຖິງການສ້າງລະບົບ  AI ທີ່ເຮັດວຽກໄດ້ດີ ຕ້ອງໃຊ້ເວລາ ແຕ່ຂໍ້ດີຄື  Facebook ເລີ່ມຕົ້ນງານນີ້ມາຕັ້ງແຕ່ປີກາຍແລ້ວ ເຮັດໃຫ້ຕອນນີ້ຄືບຫນ້າມາໄດ້ 1 ປີແລ້ວ ແລະພໍຮອດທ້າຍປີນີ້ກໍ່ຫນ້າຈະແກ້ບັນຫາໄປໄດ້ຫລາຍແລ້ວ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...