Sunday, 13 May 2018

ອີຣ່ານປະນາມອິສຣາເອລໂຈມຕີທາງອາກາດໃນຊີເຣຍ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເຕຫະຣານ ປະເທດອີຣ່ານເມື່ອວັນທີ່ 11 ພຶດສະພາວ່າ ທ່ານບາຣັມ ກາເຊມີ ໂຄສົກກະຊວງການຕ່າງປະເທດອີຣ່ານ ກ່າວວ່າລັດໄຊອໍນິສ (ອິດສະຣາເອລ) ຍັງຄົງລຸກລ້ຳອະທິປະໄຕຂອງຊີເຣຍດ້ວຍປະຕິບັດການໂຈມຕີທາງທະຫານຊ້ຳແລ້ວຊ້ຳອີກ ເຊີ່ງເປັນການລະເມີດກົດໜາຍລະຫວ່າງປະເທດທຸກຂໍ້ ໂດຍໃຊ້ຂໍ້ອ້າງແບບເດີມນັ້ນຄື “ເພື່ອປ້ອງກັນໂຕເອງ” ລັດໄຊອໍນິສບໍ່ສາມາດຍອມຮັບໄດ້ຫາກສັນຕິພາບ ແລະສະຖຽນລະພາບກັບຄືນສູ່ພູມມີພາກຕາເວັນອອກກາງ ເນື່ອງຈາກຄວາມສະຫງົບສຸກຂອງປະເທດທີ່ຢູ່ຮອບດ້ານຈະສົ່ງຜົນຕໍ່ຄວາມໜັ້ນຄົງຂອງລັດໄຊອໍນິສ
ຖ້ອຍຖະແຫຼງດັ່ງກ່າວຄືເປັນທ່າທີ່ທຳອິດຂອງລັດຖະບານເຕຫະຣານ ຕໍ່ເຫດການຮຸ່ນແຮງເທີງທີ່ພູພຽງໂກລັນ ເຊີ່ງເປັນພື້ນທີ່ພິພາດລະຫວ່າງອິສຣາເອລກັບຊີເຣຍ ເມື່ອຊ່ວງເຊົ້າວັນພະຫັດທີ່ຜ່ານມາຕາມເວລາທ້ອງຖິ່ນ ພຽງບໍ່ເທົ່າໃດຊົ່ວໂມງຫຼັງອາເມລິກາຖອນໂຕອອກຈາກຂໍ້ຕົກລົງນິວເຄຼຍອີຣ່ານ ໂດຍອິສຣາເອລກ່າວຫາໜ່ວຍຮົບພິເສດຄຸດຂອງກອງກຳລັງພິທັກປະຕິວັດອີຣ່ານ (ໄອອາຣຈີຊີ) ຍິງຂີປະນາວຸດປະມານ 20 ລູກ ອອກຈາກຖານທີ່ໜັ້ນເທິງທີ່ພູພຽງໂກລັນໃນເຂດຊີເຣຍ ໂຈມຕີ່ເປົ້າໜາຍເທີ່ງທີ່ພູພຽງໂກລັນໃນເຂດຂອງອິສຣາເອລ ແຕ່ລະບົບປ້ອງກັນທາງອາກາດ “ໄອເອິຣນ ໂດມ” ສະກັດໄດ້ບາງສ່ວນ ຫຼັງຈາກນັ້ນອິສຣາເອລສົ່ງຝູງເຄື່ອງບິນເຂົ້າໄປໃນຊີເຣຍແລ້ວຖິ້ມລະເບີດໂຈມຕີເປົ້າໜາຍຫຼາຍແຫ່ງໃນເຂດຊານນະຄອນດາມັສກັສ ແລະພື້ນທີ່ໃກ້ຄຽງ ໂດຍເຊື່ອວ່າເປັນຖານທີ່ໜັ້ນ ແລະຄັງແສງຂອງໄອອາຣຈີຊີ
ດ້ານສຳນັກຂ່າວຊານາຂອງທາງການຊີເຣຍລາຍງານວ່າ ອິສຣາເອລ ແລະພັນທະມິດຕະເວັນຕົກກຳລັງໃຫ້ຄວາມສະໜັບສະໜູນກຸ່ມຕິດອາວຸດຊື່ “ທັກຟີຮີ” ປະຕິບັດການທາງທະຫານຂອງອິສຣາເອລໃນແຕ່ລະຄັ້ງມີຈຸດມຸ່ງໜາຍເພື່ອຄຸ້ມຄອງ ແລະສະໜັບສະໜູນກຸ່ມຫົວຮຸນແຮງໃນການຂະໜາຍອິດທີພົນ ຍິ່ງໄປກວ່ານັ້ນອິສຣາເອລຍັງຈັດຕັ້ງໂຮງໜໍຕາມແນວຊາຍແດນເພື່ອໃຫ້ຄວາມຊ່ວຍເຫຼືອສະມາຊິກກຸ່ມຕິດອາວຸດທີ່ຫຼົບໜີອອກຈາກຊີເຣຍດ້ວຍ ນອກຈາກນີ້ ກອງທັບຊີເຣຍຍັງຍຶດອາວຸດສົງຄາມໄດ້ຈຳນວນຫຼາຍຈາກກຸ່ມຄົນຮ້າຍແລະເປັນອາວຸດທີ່ຜະລິດໃນອິສຣາເອລທັງຫມົດ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...