Sunday, 20 May 2018

ຣັດເຊຍອວດໂດຣນນິວເຄຼຍໃຕ້ນ້ຳ “ໂພໄຊດອນ” ພ້ອມໂຈມຕີ-ບັນຈຸຫົວນິວເຄຼຍໄດ້ 2,000 ໂຕນ

ສຳນັກຂ່າວ ຕາສ ຂອງຣັດເຊຍລາຍງານອ້າງແຫຼ່ງຂ່າວກະຊວງປ້ອງກັນປະເທດຂອງຣັດເຊຍວ່າ ໂດຣນນິວເຄຼຍໃຕ້ນ້ຳ ລຸ້ນ “ໂພໄຊດອນ” ອາວຸດໃໜ່ລ່າສຸດຂອງຣັດເຊຍ ລຳລຽງຫົວຮົບນິວເຄຼຍຊື່ງມີຂະໜາດຄ້າຍກັບຫົວຮົບນິວເຄຼຍ “ອາແວນກາຣດ” ບັນຈຸນ້ຳຫນັກໄດ້ຫຼາຍເຖິງ 2 ເມກະໂຕນ ຫຼື 2,000 ໂຕນ
ນອກຈາກນີ້ ແຫຼ່ງຂ່າວຍັງລະບຸດ້ວຍວ່າ ໂດຣນນິວເຄຼຍໃຕ້ນ້ຳອອກແບບມາເພື່ອໂຈມຕີ ແລະທຳລາຍຖານທັບເຮືອຂອງຝ່າຍສັດຕູຈາກໂລກຕະເວັນຕົກໄດ້
ທັງນີ້ ທ່ານວາລາດີເມຍ ປູຕິນ ປະກາດໃນການຖະແຫຼງນະໂຍບາຍປະຈຳປີເມື່ອເດືອນມີນາວ່າ ຣັດເຊຍໄດ້ທົດສອບອາວຸດນິວເຄຼຍຊຸດໃໜ່ທີ່ສັດຕູບໍ່ມີວັນທຳລາຍໄດ້ ອັນໄດ້ແກ່ ຂີປະນາວຸດຮ່ອນພະລັງງານນິວເຄຼຍ ໂດຣນນິວເຄຼຍໃຕ້ນ້ຳ ແລະ ຂີປະນາວຸດຄວາມໄວເໜືອສຽງ ພ້ອມກ່າວສັນລະເສີນນັກວິທະຍາສາດຜູ້ຢູ່ເບື້ອງຫຼັງການຄິດຄົ້ນອາວຸດວ່າເປັນ “ວິລະບູລຸດແຫ່ງຍຸກສະໄໜພວກເຮົາ”
ປະທານາທິບໍດີຣັດເຊຍກ່າວອີກວ່າ ການຜະລິດອາວຸດໂສມຫນ້າໃຫ່ມເຮັດໃຫ້ລະບົບປ້ອງກັນຂີປະນາວຸດອົງການສົນທິສັນຍາແອດແລນຕິກເໜືອ (ນາໂຕ້) ນຳໂດຍມະຫາອຳນນາດຢ່າງອາເມລິການັ້ນ ເປັນສິ່ງທີ່ໄຮ້ປະໂຫຍດ ແລະເປັນການເຖິງຈຸດສິ້ນສຸດຢ່າງສົມບູນຕໍ່ສິ່ງທີ່ຕະເວັນຕົກພະຍາຍາມຍັບຢັ້ງຄວາມກ້າວໜ້າຂອງຣັດເຊຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...