ສຳນັກຂ່າວເອພີລາຍງານຈາກນະຄອນປັກກິ່ງ ປະເທດຈີນເມື່ອວັນທີ່ 19 ພຶດສະພາວ່າ ໜັງສືພິມໄຊນ່າເດລີ ລາຍງານວ່າ ກອງທັບອາກາດຂອງກອງທັບປົດປ່ອຍປະຊາຊົນຈີນ (ພີແອວເອ) ໄດ້ເຮັດການເຝຶກຊ້ອມການບິນຂື້ນ ແລະລົງຈອດ ຂອງເຮືອບິນຖິ້ມລະເບີດ ເອຊ-6ເຄ ໃນທະເລຈີນໃຕ້ ສ່ວນຖະແຫຼງການຂອງກະຊວງປ້ອງກັນປະເທດຈີນ ເມື່ອຄືນວັນສຸກກ່າວວ່າ ການເຝິກຊ້ອມມີຂຶ້ນທີ່ເກາະປະກາລັງແຫ່ງໜື່ງ ແຕ່ບໍ່ລະບຸວ່າເມື່ອໃດ ແລະບ່ອນໃດ ໂດຍກ່າວພຽງວ່າ ເກີດຂື້ນເມື່ອບໍ່ດົນມານີ້ “ໃນພື້ນທີ່ທະເລທາງຈີນໃຕ້” ເຮືອບິນຖິ້ມລະເບີດເອຊ-6 ເຄຫຼາຍລຳບິນຂື້ນຖານທັບອາກາດ ຈຳລອງການໂຈມຕີເປົ້າໜາຍທາງທະເລກ່ອນຈະບິນກັບໄປລົງຈອດ
ຖະແຫຼງການອ້າງຄວາມເຫັນຂອງທ່ານຫວັງ ຫມິງຫຼຽງ ຜູ້ຊ່ຽວຊານດ້ານການທະຫານວ່າ ການເຝິກຊ້ອມບິນຂື້ນລົງດັ່ງກ່າວຈະຊ່ວຍກອງທັບອາກາດຈີນປັບປຸງ “ຂີດຄວາມສາມາດໃນການສູ້ຮົບແທ້ ຕໍ່ຕ້ານໄພຄຸກຄາມດ້ານຄວາມໜັ້ນຄົງທາງທະເລທຸກປະເພດ”
ກຸ່ມ Asia Maritime Transparency Initiative ຫຼື ເອເອັມທີ່ໄອ ແຫ່ງນະຄອນວໍຊິງຕັນອາເມລິກາ ອ້າງຂໍ້ຄວາມທີ່ເຜີຍແຜ່ທາງສື່ສັງຄົມຈີນວ່າ ກອງທັບອາກາດຈີນເຝິກຊ້ອມບິນຂື້ນລົງຝູງບິນຖິ້ມລະເບີດ ເອຊ-6ເຄ ເທິງເກາະວູດີ ຊື່ງເປັນຖານຂະໜາດໃຫ່ຍສຸດຂອງຈີນໃນໜູ່ເກາະພາຣາເຊລ
ເອເອັມທີໄອກ່າວວ່າ ເອຊ-6 ເຄ ມີລັດສະໜີສູ້ຮົບເກືອບ 1,900 ໄມທະເລ (3,520 ກິໂລ) ເຮັດໃຫ້ທຸກປະເທດໃນເອເຊຍຕະເວັນອອກສຽງໃຕ້ຢູ່ໃນລັດສະໜີໂຈມຕີຂອງມັນ ຈາກເກາະວູດີນອກຈາກນັ້ນ ໄກເລີຍລົງໄປທາງໃຕ້ ໃນໜູ່ເກາະສະແປຣດລີ ຈີນຖົມທະເລສ້າງເກາະທຽມ 7 ແຫ່ງ ສ້າງທາງແລ່ນຂື້ນລົງເຮືອບິນ ໂຮງເກັບເຮືອບິນສະຖານີເຣດາ ແລະຂີປະນາວຸດ
ພົນເຮືອເອກ ຟິລ ເດວິດສັນ ຜູ້ບັນຊາການຄົນໃໜ່ຂອງກອງເຮືອແປຊິຟິກກອງທັບເຮືອອາເມລິກາເຜີຍໃນລາຍງານທີ່ສົ່ງເຖິງສະພາຄອງເກຣສອາເມລິກາ ເມື່ອບໍ່ດົນມານີ້ ຈີນໄດ້ຂື້ນເຖິງຈຸດສູງສຸດຂອງການຄວບຄຸມທະເລຈີນໃຕ້ແລ້ວ
ພົນເຮືອເອກ ຟິລ ເດວິດສັນ ຜູ້ບັນຊາການຄົນໃໜ່ຂອງກອງເຮືອແປຊິຟິກກອງທັບເຮືອອາເມລິກາເຜີຍໃນລາຍງານທີ່ສົ່ງເຖິງສະພາຄອງເກຣສອາເມລິກາ ເມື່ອບໍ່ດົນມານີ້ ຈີນໄດ້ຂື້ນເຖິງຈຸດສູງສຸດຂອງການຄວບຄຸມທະເລຈີນໃຕ້ແລ້ວ
 


 
 
 
 
 
No comments:
Post a Comment