Monday, 21 May 2018

ເຖົ້າຈອມຫື່ນ…ກໍ່ເຫດຄາດຕະກຳຍິງຄົນບ້ານດຽວກັນ

ພະແນກສືບສວນ-ສອບສວນຄະດີອາຍາ ປກສ ແຂວງສະຫວັນນະເຂດ ເປີດເຜີຍເຫດການຄະດີຄາດຕະກໍາຍິງ ອາຍຸ 48 ປີ ຢູ່ສວນອ້ອຍເກົ່າ ບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນທີ 10 ພຶດສະພາ 2018 ໂດຍຜູ້ ກໍ່ເຫດເປັນຊາຍອາຍຸ 56 ປີ ຢູ່ ບ້ານດຽວກັນ, ສາເຫດຍ້ອນຢາກຮ່ວມເພດນຳຜູ້ເສຍຊີວິດ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກອໍານາດການປົກຄອງ ບ້ານມະນີລາດ ໃນວັນທີ 10 ພຶດສະພາ 2018 ວ່າ: ມີເຫດຄາດຕະກຳຢູ່ສວນອ້ອຍເກົ່າ ບ້ານມະນີລາດ ເມືອງໄຊບູລີ. ຈາກນັ້ນ, ຈຶ່ງໄດ້ນຳກໍາລັງວິຊາສະເພາະລົງສົມທົບກັບ ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດກາຊັນນະ ສູດສະຖານທີ່ເກີດເຫດ. ເມື່ອລົງໄປຮອດກໍພົບເຫັນສົບຜູ້ເສຍຊີວິດ, ຜ່ານການສອບຖາມພະຍານອ້ອມຂ້າງ ຈຶ່ງຮູ້ ວ່າ: ຜູ້ເສຍຊີວິດຊື່ ນາງ ແນັນ ອາຍຸ 48 ປີ ຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ; ເຊິ່ງສະພາບສົບ ນອນຫງາຍຢູ່ຟຸ່ມໄມ້ ມີຟົດໄມ້ປົກໄວ້, ນຸ່ງເສື້ອສີດຳແຂນຍາວ, ເສື້ອຢຶດແຂນສັ້ນ, ນຸ່ງໂສ້ງວອມຂາຍາວສີເທົາ, ຖືກ ຮັດຄໍດ້ວຍເຄືອໄມ້, ມີແພຕາກະໂລ້ຮັດຄໍສອງຮອບ, ຢູ່ຮູດັງ ແລະ ຮູຫູທັງສອງເບື້ອງແມ່ນຖືກຢັດດ້ວຍໃບໄມ້ຈົນ ເຕັມ, ບໍລິເວນລຸ່ມຕາເບື້ອງຂວາຖືກຟັນດ້ວຍຂອງມີຄົມເປັນຮອຍບາດແຜຍາວປະມານ 4 ຊັງຕີແມັດ.
ຜ່ານການສອບຖາມລູກສາວຜູ້ເສຍຊີວິດໄດ້ເລົ່າວ່າ: ມື້ເກີດເຫດເວລາປະມານ 9:00 ໂມງ ຂອງວັນທີ 10 ພຶດສະ ພາ 2018, ຜູ້ເສຍຊີວິດ (ນາງ ແນັນ) ໄດ້ບອກວ່າຈະໄປຫາໜໍ່ໄມ້ຢູ່ເຂດສວນອ້ອຍເກົ່າຢູ່ບ້ານມະນີລາດ. ຈາກນັ້ນ, ນາງ ແນັນ ໄດ້ກະກຽມເອົາກະຕ່າໄມ້ໄຜ່, ນ້ຳດື່ມ ແລະ ມີດຍາວປະມານ 20 ຊັງຕີແມັດ ແລ້ວຍ່າງໄປຕາມທາງເລກ ທີ 13 ໃຕ້ ເບື້ອງຕາເວັນຕົກ. ຮອດເວລາປະມານ 16:00 ໂມງ ຜູ້ເປັນແມ່ຍັງບໍ່ກັບເຮືອນ, ດ້ວຍຄວາມເປັນຫ່ວງ ຈຶ່ງໄດ້ຊວນຜົວໄປຊອກຫາແມ່, ພວກກ່ຽວໄດ້ອອກໄປຊອກຫາຢູ່ຂອບເຂດທີ່ແມ່ໄດ້ບອກໄວ້ວ່າຈະໄປຫາໜໍ່ໄມ້ ແຕ່ບໍ່ ພົບເຫັນ ຈຶ່ງໄດ້ກັບໄປບອກຍາດພີ່ນ້ອງ ແລະ ພໍ່ອອກໄປຊອກຫາຊ່ວຍກັນແຕ່ກໍຍັງບໍ່ພົບ ພ້ອມທັງໄດ້ແຈ້ງອຳນາດ ການປົກຄອງບ້ານ ເພື່ອໃຫ້ຊ່ວຍອອກຕາມຫາແມ່.
ຈົນຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນ, ນ້ອງ ຊາຍຂອງແມ່ (ນ້າບ່າວ) ໄດ້ກັບມາບອກວ່າ ພົບເຫັນສົບຂອງແມ່ຢູ່ຂອບເຂດປ່າຂອງບ້ານມະນີລາດ ຈຶ່ງໄດ້ແຈ້ງ ເຈົ້າໜ້າທີ່ ປກສ ເພື່ອລົງກວດກາຊັນນະສູດສະຖານທີ່ເກີດດັ່ງກ່າວ.ຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຫຼັກຖານ ແລະ ຊັນນະສູດສະຖານທີ່ເກີດເຫດ, ພະຍານອ້ອມຂ້າງເຈົ້າ ໜ້າທີ່ໄດ້ລວບລວມຫຼັກຖານ ແລະ ຄັດຈ້ອນເປົ້າໝາຍບໍລິເວັນໃກ້ຄຽງ ກໍຮູ້ໄດ້ວ່າເປົ້າໝາຍຊື່ ທ້າວ ທອງໃສ ອາຍຸ 56 ປີ ເປັນຄົນບ້ານດຽວກັນ. ວັນຕໍ່ມາ, ເຈົ້າໜ້າທີ່ຈຶ່ງໄປກັກຕົວຜູ້ກ່ຽວໄປສອບສວນ. ຜ່ານການສອບສວນ, ທ້າວ ທອງໃສ ໄດ້ຮັບສາລະພາບວ່າ: ໃນເວລາປະມານ 7:00 ໂມງ ຂອງວັນທີ 10 ພຶດສະພາ 2018, ຜູ້ກ່ຽວໄດ້ອອກຈາກ ເຮືອນ ເພື່ອໄປປ້ານຄັນນາ; ຈາກນັ້ນ, ຮອດເວລາປະມານ 10:00 ໂມງ ໄດ້ໄປລ້ຽງງົວຢູ່ແຄມປ່ານາເຮື້ອ.
ໃນເວລາ ນັ້ນ, ໄດ້ເຫັນນາງ ແນັນ (ຜູ້ເສຍຊີວິດ) ຍ່າງເຂົ້າໄປຫາໜໍ່ໄມ້ຢູ່ໃນບໍລິເວນປ່າທີ່ຕົນລ້ຽງງົວ ຈຶ່ງໄດ້ຍ່າງຕິດຕາມເຂົ້າ ໄປໃນປ່າ, ປະມານ 1 ຊົ່ວໂມງ ໄດ້ເຫັນນາງ ແນັນ ຍ່າງ ເລາະຫາໜໍ່ໄມ້ອອກມາຈາກປ່າແລ້ວ ຈຶ່ງຍ່າງເຂົ້າໄປຫານາງ ແນັນ ແລ້ວຊວນລົມຫຼາຍເລື່ອງ ໃນນາມເປັນຄົນບ້ານດຽວກັນ. ລົມກັນໄດ້ໄລຍະໜຶ່ງ ຕົນໄດ້ຂໍຮ່ວມເພດນໍາຜູ້ເສຍ ຊີວິດ ແຕ່ໄດ້ຮັບຄໍາຕອບປະຕິເສດ ແລະ ຖືກເວົ້າໃຫ້ວ່າ ຖ້າເຮັດແບບນີ້ຈະໄປຟ້ອງຜົວວ່າຖືກຕົນຂົ່ມຂືນ, ເຮັດໃຫ້ ຕົນເກີດຄວາມໃຈຮ້າຍ ຈຶ່ງໂດດເຂົ້າໄປກຸມປໍ້າ ແລ້ວຈັບແພຕາກະໂລ້ທີ່ຜູ້ເສຍຊີວິດຄ້ອງຄໍມານຳ ດຶງຮັດຄໍ ເຮັດໃຫ້ ນາງ ແນັນ ລົ້ມລົງພື້ນດິນ ພ້ອມທັງຈັບເອົາເຄືອໄມ້ກ້ຽວຄໍເຂົ້າຕື່ມ ຈົນເຮັດໃຫ້ ນາງ ແນັນ ໝົດສະຕິ. ຈາກນັ້ນ, ກໍເອົາ ໃບໄມ້ມາຍັດເຂົ້າຮູດັງ ແລະ ຫູທັງສອງເບື້ອງ ແລ້ວເອົາມີດມາປາດໜ້າ ຈຳນວນ 7 ບາດແຜ, ຮູ້ວ່າເສຍຊີ ວິດແລ້ວ ກໍໄດ້ແກ້ສິ້ນ ແລະ ເກີບ ໄປຖິ້ມຫ່າງຈາກຈຸດເກີດເຫດປະມານ 40 ເມັດ. ແລ້ວກັບໄປຕັດງ່າໄມ້ໄປປົກ ຜູ້ເສຍຊີວິດ ໄວ້. ຈາກນັ້ນ, ໄດ້ກັບເມືອເຮືອນ ເຮັດຄືບໍ່ມີຫຍັງເກີດຂຶ້ນ. ເຊົ້າມື້ຕໍ່ມາ, ກໍຖືກເຈົ້າໜ້າທີ່ ປກສ ກັກ ຕົວ.
ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຢ່າງລະອຽດຕື່ມອີກ ເພື່ອປະກອບສຳນວນຄະດີ ສົ່ງໄອຍະການ ຟ້ອງ ສານຕັດສິນລົງໂທດຕາມກົດໝາຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...