Thursday, 24 May 2018

ຜົນສອບສວນຊີ້ຈະຫລວດຣັດເຊຍຍິງເອັມເອຊ17ຕົກໃນຢູເຄນ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງບຸນນິດປະເທດເນເທີແລນເມື່ອວັນທີ່ 24 ພຶດສະພາວ່າ ທ່ານວິລເບິຣ ພໍລິສເຊັນ ຫົວໜ້າທີມສືບສວນຄະດີອາດຊະຍາກຳສຳນັກງານຕຳຫຼວດແຫ່ງຊາດເນເທີແລນ ຖະແຫຼງວ່າຜົນການສືບສວນເຫດເຄື່ອງບິນໂດຍສານຂອງສາຍການບິນມາເລເຊຍ ແອຣໄລສແບບໂບອິ້ງ 777 ທ່ຽວບິນເອັມເອຊ 17 ຖືກຍິງຕົກໃນທາງຕະເວັນອອກຂອງຢູເຄນ ເມື່ອວັນທີ່ 17 ກໍລະກົດ 2014 ລະຫວ່າງເສັ້ນທາງບິນຈາກນະຄອນອັມສະເຕີດັມຂອງເນເທີແລນໄປຍັງນະຄອນກົວລາລັມເປີປະເທດມາເລເຊຍພ້ອມຜູ້ໂດຍສານ ແລະຈຸບິນລວມ 298 ຄົນສ່ວນໃຫ່ຍເປັນຊາວດັທ ທີມງານສອບສວນລະບຸວ່າ ຂີປະນາແບບບຸ໊ດ-ເທລາ ທີ່ໃຊ້ຍິງເຮືອບິນໂດຍສານຂອງມາເລເຊຍລຳນີ້ມາຈາກກອງພົນນ້ອຍທີ່ 53 ສັງກັດກອງທັບຣັດເຊຍ
ທີມສອບສວນຍັງໄດ້ສະຫຼຸບໄປກ່ອນໜ້ານີ້ແລ້ວວ່າ ເຮືອບິນຖືກຍິງຕົກໂດຍຂີປະນາວຸດບຸ໊ດຜະລິດໃນຣັດເຊຍຊື່ງນຳເຂົ້າມາຈາກຣັດເຊຍ ແລະຍິງຂື້ນຈາກພື້ນທີ່ໃນຢູເຄນທີ່ຢູ່ໃນເຂດຍຶດຄອງຂອງຝ່າຍກະບົດທີ່ຣັດເຊຍໃຫ້ການໜຸນຫຼັງ ແຕ່ທີມສອບສວນບໍ່ໄດ້ລະບຸຢ່າງຊັດເຈນວ່າ ໃຜເປັນຄົນຍິງ ຢ່າງໃດກໍ່ຕາມທາງຝ່າຍຣັດເຊຍໄດ້ປະຕິເສດມາໂດຍຕະຫຼອດວ່າບໍ່ມີສ່ວນກ່ຽວຂ້ອງໃດໆທັງສິ້ນໃນການຍິງເຄື່ອງບິນໂດຍສານຂອງມາເລເຊຍ ແຕ່ບໍ່ໄດ້ປ້າຍຄວາມຜິດໄປທີ່ຝ່າຍລັດຖະບານຢູເຄນ
ທີມສອບສວນນຳໂດຍເນເທີແລນໄດ້ມຸ່ງເນັ້ນການສອບສວນໄປທີ່ບຸກຄົນຜູ້ຕ້ອງສົງໃສປະມານ 100 ຄົນທີ່ມີໜ້າທີ່ກ່ຽວຂ້ອງກັບເຫດການທີ່ເກີດຂື້ນແຕ່ບໍ່ໄດ້ລະບຸຊື່ວ່າເປັນໃຜແນ່





No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...