ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດເກົາຫຼີເໜືອເມື່ອວັນທີ່ 24 ພຶດສະພາວ່າ ສື່ມວນຊົນຕ່າງຊາດທີ່ໄດ້ຮັບເຊີນໃຫ້ໄປຮ່ວມສັງເກດການການທຳລາຍຖິ້ມອຸໂມງໃຕ້ດິນຂອງນິຄົມນິວເຄຼຍ ປຸງົກເຢ-ຮີ ທາງຕະເວັນອອກສຽງເໜືອຂອງເກົາຫຼີເໜືອເມື່ອວັນພະຫັດທີ່ 24 ພຶດສະພາລາຍງານວ່າ ມີການລະເບີດຖິ້ມຢ່າງຕໍ່ເນື່ອງຕະຫຼອດວັນ ແລະຜູ້ສື່ຂ່າວ 3 ຄົນໄດ້ລົງໄປສຳຫຼວດໃນອຸໂມງໃຕ້ດິນດ້ວຍຕົນເອງ ໂດຍທ່ານທອມ ເຊເຊຍ ຜູ້ສື່ຂ່າວຈາກສະກາຍນິວສ ສື່ມວນຊົນຈາກອັງກິດກ່າວວ່າ ມີການລະເບີດຮຸນແຮງຈົນຮູ້ສຶກໄດ້ ຝຸ່ນກະຈາຍໄປທົ່ວ ມີຄວາມຮ້ອນແຜ່ອອກມາ ແລະສຽງດັງຫຼາຍ ນິຄົມນິວເຄຼຍປຸງົກເຍ-ຮີ ຈື່ງຖືກຝັງຢູ່ໃຕ້ພູເຂົາໃນແຂວງຣັມຢອງເໜືອໃກ້ກັບຊາຍແດນຈີນ ແລະເປັນນິຄົມພຽງແຫ່ງດຽວທີ່ເກົາຫຼີເໜືອມີໄວ້ໃຊ້ສຳລັບການທົດລອງນິວເຄຼຍ ໂດຍໃຊ້ທົດລອງລະເບີດນິວເຄຼຍໃຕ້ດິນມາແລ້ວ 6 ຄັ້ງ ແລະຄັ້ງທີ່ຮຸນແຮງທີ່ສຸດເກີດຂື້ນເມື່ອເດືອນກັນຍາປີກາຍ ທາງລັດຖະບານເກົາຫຼີເໜືອລະບຸວ່າເປັນເອຊ-ບອມ
ຖະແຫຼງການຈາກສຳນັກງານອາວຸດນິວເຄຼຍເກົາຫຼີເໜືອລະບຸວ່າ ນິຄົມນິວເຄຼຍປຸງົກເຢ-ຮີຖືກທຳລາຍໜົດສິ້ນແລ້ວ ເພື່ອເປັນຫຼັກປະກັນຄວາມໂປ່ງໃສ່ຂອງການຢຸດຢັ້ງການທົດລອງນິວເຄຼຍ ຊື່ງທາງຝ່າຍເກົາຫຼີໃຕ້ກໍ່ພໍໃຈກັບຄຳປະກາດດັ່ງກ່າວໂດຍທາ່ນໂນ ຄາຍູ-ດຸດ ໂຄສົກກະຊວງການຕ່າງປະເທດເກົາຫຼີໃຕ້ຖະແຫຼງວ່າ ເກົາຫຼີໃຕ້ຄາດວ່າເປັນກາລະໂອກາດສຳລັບການປົດອາວຸດນິວເຄຼຍທີ່ຈະຕ້ອງເດີນໜ້າຕໍ່ໄປ ຢ່າງໃດກໍ່ຕາມ ເກົາຫຼີເໜືອບໍ່ໄດ້ເຊີນຜູ້ກວດສອບອາວຸດນິວເຄຼຍຈາກນານາຊາດໃຫ້ມາຮ່ວມສັງເກດການທຳລາຍນິຄົມນິວເຄຼຍໃນຄັ້ງນີ້ດ້ວຍ
ປະທານາທິບໍດີໂດນັລ ທຮັມ ຂອງອາເມລິກາມີກຳນົດທີ່ຈະປະຊຸມສຸດຍອດຮ່ວມກັບທ່ານຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອທີ່ສິງກະໂປໃນວັນທີ່ 12 ມິຖຸນານີ້ ທ່າມກາງຄວາມຫວັງວ່າເກົາຫຼີເໜືອຈະທຳລາຍນິວເຄຼຍ ແລະມຸ່ງທີ່ຈະຍົກລະດັບຄວາມສຳພັນກັບອາເມລິກາ ຫຼັງຈາກທີ່ເຄີຍລະແດງໂຕເປັນປໍລະປັກມາຫຼາຍສິບປີ
ຕໍ່ມາທຳນຽບຂາວເປີດເຜີຍວ່າ ປະທານາທິບໍດີໂດນັລ ທຣັມ ໄດ້ແຈ້ງຕໍ່ທ່ານຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອວ່າ ການປະຊຸມສຸດຍອດຕາມກຳນົດໃນວັນທີ່ 12 ມິຖຸນາທີ່ປະເທດສິງກະໂປນັ້ນຈະບໍ່ມີ ເພາະທ່າທີອັນເປັນປໍລະປັກ ອັນລ່າສຸດທີ່ເກົາຫຼີເໜືອສະແດງອອກມາ ໂດຍປະທານາທິບໍດີທຣັມ ໄດ້ກ່າວວ່າ ເປັນທີ່ໜ້າເສຍໃຈ ເມື່ອພິຈາລະນາຈາກຄວາມໂກດແຄ້ນຢ່າງຫຼາຍ ແລະທ່າທີເປັນສັດຕູທີ່ສະແດງອອກມາຈາກຄຳຖະແຫຼງການລ່າສຸດຂອງຜູ້ນຳກົາຫຼີເໜືອ ຈື່ງເຮັດໃຫ້ເຂົາຄິດວ່າຍັງບໍ່ເໜາະສົມສຳລັບເວລານີ້ທີ່ຈະໃຫ້ມີການປະຊຸມຮ່ວມກັນທັງທີ່ວາງແຜນກັນມາດົນນານແລ້ວ
ຄຳຖະແຫລງຂອງຜູ້ນຳອາເມລິກາມີຂື້ນ ຫລັງຈາກທີ່ເກົາຫລີເໜືອໄດ້ກ່າວໂຈມຕີ ຮອງປະທານາທິບໍດີໄມ ເພນ ຂອງອາເມລິກາວ່າ ໄຮ້ການສຶກສາ ແລະໂງ່

No comments:
Post a Comment