Thursday, 24 May 2018

ການ​ຄົ້ນ​ຫາ ຖ້ຽວບິນ ມາເລເຊຍ ທີ່ຫາຍໄປ ຈະ​ສິ້ນ​ສຸດ​ລົງ ໃນ​ອາທິດ​ໜ້າ​

ການ​ຊອກ​ຄົ້ນ​ຫາເທື່ອ​ຫຼ້າ​ສຸດ ​ຖ້ຽວ​ບິນ​ມາ​ເລ​ເຊຍ MH370 ​ທີ່ຫາຍສາບສູນໄປ ຈະ​ສິ້ນ​ສຸດ
​ລົງ ໃນ​ສັບປະດາ​ໜ້າ​ນີ້ ທີ່​ເຮັດ​ໃຫ້ນຶ່ງ​ໃນ​ຄະດີ​ປິ​ດສະໜາ ​ທີ່ໃຫຍ່ທີ່ສຸດຂອງການບິນ​ຂອງ​
ໂລກ ຍັງມີຢູ່ຕໍ່ໄປ.
ບໍລິສັດ ​ໂອ​ເຊັນ ອິນ​ຟີ​ນີຕີ ທີ່​ມີ​ສຳ​ໜັກ​ງານ​ຢູ່​ສະຫະລັດ ​ໄດ້​ຕົກລົງ ກັບລັດຖະບານ​ມາ​ເລ
​ເຊຍ ​ໃນ​ເດືອ​ມັງກອນ​ຜ່ານ​ມາ​ນີ້ ທີ່​ຈະ​ຊອກ​ຄົ້ນ​ຫາ​ ເປັນ​ເວລາ 90 ມື້ ​ເຮື​ອບິນ​ທີ່​ຫາຍ​ສາບ​
ສູນໄປ ໃນ​ວັນ​ທີ 8 ມີນາ ປີ 2014 ​ຈາກ​ກົວ​ລາ​ລຳ​ເປີ ​ໄປ​ຍັງ​ປັກ​ກິ່ງ ທີ່​ນຳ​ພວກຜູ້​ໂດຍສານ
ແລະ​ຈຸ​ບິນ 239 ຄົນນັ້ນ.
ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ ທ່ານ​ແອນ​ໂຕ​ນີ ​ລອກ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ໃນ​ວັນ​ພຸດ
​ວານ​ນີ້​ວ່າ ການ​ຊອກຄົ້ນ​ຫາ ​ໄດ້​ຕໍ່ເວລາອອກ​ໄປ​ຈົນ​ຮອດ​ວັນ​ທີ 29 ພຶດສະພາ​.
ການ​ຊອກຄົ້ນ​ຫາຮ່ວມ ​ເປັນເວລາ 3 ປີ ​ໂດຍ​ບໍລິສັດ​ອອສ​ເຕຣ​ເລຍ, ຈີນ ​ແລະ​ມາ​ເລ​ເຊຍ
​ແມ່ນ​ໄດ້​ປະກາດ ​ໃນເດືອນມັງກອນປີ 2017 ຫຼັງ​ຈາກ ທີ່​ໄດ້​ຄົ້ນ​ຫາ ​ໃນ​ບໍລິເວນ 120
ພັນ​ກິ​ໂລ​ແມັດ​ມົນທົນ ​ໃນ​ມະຫາ​ສະໝຸດ​ອິນ​ເດຍ. ບໍລິສັດ ​ໂອ​ເຊັນ ອິນ​ຟີ​ນີຕີ ​ໄດ້​ເຮັດ​
ສັນຍາໃນການຊອກຄົ້ນ​ຫາ ​ເພີ່ມ ​ໃນ​ບໍລິ​ເວນ 25 ພັນ​ກິ​ໂລ​ແມັດ​ມົນທົນ​ໄປ​ທາງ​ເໜືອ​
ຂອງ​ເຂດຊອກຫາ​ຕົ້ນຕໍ​. ບໍລິສັດ ດັ່ງກ່າວ ​ທີ່​ຈະ​ໄດ້​ຮັບ​ເງິນ​ຄ່າ​ຈ້າງຫຼາຍເຖິງ 70 ລ້ານ​
ໂດ​ລາ, ​ກໍຕໍ່ເມື່ອຄົ້ນພົບເຮືອບິນ ຫຼືຫີບ​ດຳ​ ​ເທົ່າ​ນັ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...