ຂປລ.ໃນ ວັນທີ 24 ເມສາ 2018 ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຕ໋ອງ ທິ ຝ໋ອງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢ່າງເປັນທາງການ ຢູ່ ສປປ ລາວ ໃນ ລະຫວ່າງ ວັນທີ 23-26 ເມສາ ນີ້.
ໃນ ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ ຕໍ່ ທ່ານ ນາງ ຕ໋ອງ ທິ ຝ໋ອງ ທີ່ໄດ້ນຳພາຄະນະ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສປປ ລາວ ຢ່າງເປັນທາງການ, ໂດຍເຊື່ອໝັ້ນວ່າ ການມາຢ້ຽມຢາມໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ສືບຕໍ່ໄດ້ຮັບການເພີ່ມ ພູນຄູນສ້າງ ແລະ ພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ.
ໃນໂອກາດດຽວກັນ, ທ່ານ ນາງ ຕ໋ອງ ທິ ຝ໋ອງ ກໍໄດ້ສະແດງ ຄວາມຂອບໃຈ ມາຍັງທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາ ອັນມີຄຸນຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານ ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະ ມົນຕີຊາບຕື່ມອີກ.

No comments:
Post a Comment