Wednesday, 25 April 2018

ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໄດ້ຮັບການຊ່ວຍເຫລືອ

ຂປລວັນທີ 24 ​ເມສາ 2018, ສະ​ຖາ​ບັນ​ ພັດທະນາ​ສີມື​ແຮງ​ງານ ລາວ-​ເກົາຫລີ ​ໄດ້ຈັດ​ພິທີ​ມອບ-ຮັບ ​​ແລະ ເປີ​ດປ້າຍ​ ໂຄງການ​ຊ່ວຍ​ເຫລືອ ຈາກ ອົງການກອຍ​ກາ (KIOCA) ສ ​ເກົາຫລີ ປະຈຳ​ລາວ, ​ເຊິ່ງມີ​ມູນ​ຄ່າ​ ການ​ຊ່ວຍ​ເຫລືອ ທັງ​ໝົດ 20.000 ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ປະກອບ​ມີ ການ​ປັບປຸງ​ຫ້ອງ​ຮຽນ-ຫ້ອງ​ຝຶກ​ງານ, ສະໜອງ​ເຄື່ອງ​ຈັກ, ​ເຄື່ອງ​ມື ​ແລະ ວັດຖຸ​ອຸປະກອນ​ຮັບ​ໃຊ້​ການ​ຝຶກ​ສາຂາ​ຊ່າງ ​ປຸງ​ແຕ່ງອາຫານ ​ແລະ ການ​ໂຮງ​ແຮມ.
​ເຂົ້າ​ຮ່ວມ​ ໃນ​ພິທີ​ຄັ້ງ​ນີ້, ມີ ທ່ານ ຊິນ ຊອງ ຊຸນ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ​ເກົາຫລີ ປະຈຳ ​ລາວ, ທ່ານ ​ໂອ ຊົງຊູ ຫົວໜ້າ​ ອົງການ​ກອຍ​ກາ ປະ ຈຳ​ລາວ, ຄະນະ​ສະ​ຖາ​ບັນ, ຄູ-ອາຈານ ​ແລະ ພາກສ່ວນ​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.
ທ່ານ ບຸນ​ມາ ສິດທິ​ໂສມ ຫົວໜ້າ ສະ​ຖາ​ບັນ​ ພັດທະນາ​ສີມື​ແຮງ​ງານ ລາວ-​ເກົາຫລີ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ ​ຕໍ່​ການ​ຊ່ວຍ​ເຫລືອ ​ຈາກ​ອົງການກອຍ​ກາ ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ ສຳຄັນ ​ເຂົ້າ​ໃນ​ການຮຽນ-ການ​ສອນ ​ແລະ ການ​ພັດທະນາ​ສີມື ​ແຮງ​ງານ​ຂອງ​ລາວ ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ມີ​ປະສິດທິ​ຜົນ​ ດີ​ຂຶ້ນ​ກວ່າ​ເກົ່າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...