ຂປລ. ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຊິນ ຊອງ ຊຸນ (Shin Sung-soon) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈຳ ສປປ ລາວ ຄົນໃໝ່, ໃນ ວັນທີ 25 ເມສາ 2018 ທີ່ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃນໂອກາດ ທີ່ມາດຳລົງຕຳແໜ່ງຢູ່ ສປປ ລາວ ພາຍຫລັງທີ່ໄດ້ຍືນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ຊິນ ຊອງ ຊຸນ ແລະ ເຊື້ອໝັ້ນວ່າ ການມາດຳລົງຕຳແໜ່ງ ຂອງທ່ານທູດ ຈະເປັນການ ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວແລະ ສ.ເກົາຫລີ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ພ້ອມທັງອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນ ສຳເລັດ ໃນຕະຫລອດ ໄລຍະການມາ ປະຕິບັດ ໜ້າທີ່ ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດ ດຽວກັນນີ້, ທ່ານ ຊິນ ຊອງ ຊຸນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ບໍ່ແສງຄຳ ວົງດາລາ ທີ່ໄດ້ສະຫລະເວລາ ໃຫ້ການຕອບຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງ ຄວາມຢືນຢັນວ່າ ຈະສຸມ ທຸກຄວາມພະຍາຍາມທັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນເຂົ້າ ໃນການ ເສີມຂະຫຍາຍ ສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ມີຜົນສຳເລັດຍິ່ງຂຶ້ນ ໂດຍສະເພາະ ຈະສືບຕໍ່ຊຸກຍູ້ ບັນດາຂະແໜງ ການ ກ່ຽວຂ້ອງຂອງ ສ. ເກົາຫລີ ໃນການຮ່ວມມື ແລະ ລົງທຶນຢູ່ ສປປ ລາວ.

No comments:
Post a Comment