Thursday, 15 February 2018

ຊີ້ແຈງກໍລະນີ ເຈົ້າໜ້າທີ່ພາສີ-ອາກອນ ຮັ່ງມີຜິດປົກກະຕິ


ເມື່ອບໍ່ດົນມານີ້, ມີພະນັກງານ ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ໄດ້ສະເໜີຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນ ໃຫ້ມີການຕິດຕາມ ແລະ ກວດກາຢ່າງໃກ້ຊິດ ຕໍ່ກັບການປະຕິບັດໜ້າທີ່ວຽກງານ ຂອງພະນັກງານເຈົ້າໜ້າ ທີ່ພາສີ-ອາກອນ ຢູ່ບັນດາດ່ານພາສີ (ນະຄອນຫຼວງ, ແຂວງ, ເມືອງ, ບ້ານ) ໃນຂອບເຂດທົ່ວປະເທດ ເພາະເຫັນວ່າພະນັກງານດັ່ງກ່າວ ມີລັກສະນະຮັ່ງມີຜິດປົກກະຕິ, ພ້ອມທັງສະເໜີໃຫ້ມີມາດຕະການ ແລະ ລະບຽບການ ແກ້ໄຂບັນຫານີ້ ເພື່ອຮັບປະກັນຄວາມໂປ່ງໃສ ໃນການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ.


ຕໍ່ບັນຫາດັ່ງກ່າວ, ກະຊວງການເງິນ ຊີ້ແຈງວ່າ: ໃນໄລຍະຜ່ານມາ ຂະແໜງການກວດກາ ຂອງກະຊວງການເງິນ ໄດ້ເອົາໃຈໃສ່ ໃນການລົງຕິດຕາມກວດກາຢ່າງໃກ້ຊິດ ກັບບັນດາຂະແໜງ ການທີ່ມີຄວາມສ່ຽງ ເພື່ອຊອກຫາຂໍ້ມູນ ແລະ ສາເຫດທີ່ເປັນຫາງສຽງ ຢູ່ບັນດາດ່ານພາສີ, ກອງ ກວດກາພາສີ ແລະ ຂະແໜງສ່ວຍສາອາກອນ ໃນຂອບເຂດທົ່ວປະເທດ. ສຳລັບ ປະກົດການຫຍໍ້ທໍ້ ທີ່ປະຊາຊົນໄດ້ສະເໜີມານັ້ນ, ກະຊວງການເງິນ ໄດ້ມີມາດຕະການ ແລະ ລະບຽບການ ໃນການແກ້ໄຂ, ນອກຈາກໄດ້ລົງເຜີຍແຜ່ບັນດາລະບຽບກົດໝາຍ ແລະ ນິຕິກຳ ທີ່ຕິດພັນກັບການເຄື່ອນ ໄຫວວຽກຕົວຈິງຂອງພະນັກງານແລ້ວ, ກະຊວງການເງິນ ຍັງໄດ້ອອກຂໍ້ຕົກລົງກ່ຽວກັບ 10 ຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງການເງິນ.
 
ພ້ອມນັ້ນ, ຍັງໄດ້ກຽມລົງແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ຮອບ II ຂອງຂະແໜງການເງິນ, ພ້ອມທັງມີມາດຕະການຕໍ່ຜູ້ລະເມີດ. ຖ້າພະນັກງານບຸກຄົນ ໃດຫາກບໍ່ລາຍງານ, ປິດບັງເຊື່ອງອໍາ, ບໍ່ມອບເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງຕົນ, ທັງມີການກະທໍາຜິດອື່ນໆ ຈະຖືກສຶກສາອົບຮົມ, ຕັກເຕືອນ, ປະຕິບັດວິໄນ ແລະ ຖືກດໍາເນີນຄະດີ ຕາມທີ່ກຳນົດໄວ້ ໃນໝວດທີ 6 ຂອງດຳລັດ ວ່າດ້ວຍການແຈ້ງຊັບສິນ ສະບັບເລກທີ 159/ລບ, ລົງວັນທີ 04 ມິຖຸນາ 2013 ຢ່າງເຂັ້ມງວດ.
ຢ່າງໃດກໍຕາມ ການມີສ່ວນຮ່ວມຂອງສັງຄົມ ກໍຄືພົນລະເມືອງລາວ ຜູ້ທີ່ມີຄວາມປະສົງຢາກຊ່ວຍ ໃນການແກ້ໄຂປະກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງ ຫາກພົບເຫັນ ແລະ ມີຂໍ້ມູນຊັດເຈນ ຂອງພະນັກງານຂະແໜງການເງິນ ທີ່ລະເມີດລະບຽບກົດໝາຍ, ມີພຶດຕິກຳສໍ້ລາດບັງຫຼວງ, ມີຫຼັກຖານຮັດກຸມ ຊ່ວຍແຈ້ງມາຍັງກົມກວດກາ ກະຊວງການເງິນ ເພື່ອຈະໄດ້ລົງເກັບກຳຂໍ້ມູນ ຕິດຕາມກວດກາ ແລະ ເຂົ້າສູ່ຂະບວນການຍຸຕິທຳ.



ທີ່ມາ: ຂ່າວສານປະເທດລາວ. ຂ່າວ:ທະນູທອງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...