Thursday, 15 February 2018

ອັບເດດລ່າສຸດ…!!! ສານອາຍາໄທນຳໂຕ ໄຊຊະນະ ແກ້ວພິມພາ ໄປພິຈາລະນາຄະດີ

ວັນທີ 15 ກຸມພາ 2018 ເວລາ 8:30 ສານອາຍາ ເບີກໂຕ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດລາວ ຈາກສະຖານກັກຂັງພິເສດກຸງເທບ ໄປຍັງສານອາຍາ ຫຼັງສານນັດສືບພະຍານໂຈດ
ໃນຄະດີທີ່ພະນັກງານໄອຍະການພິເສດຝ່າຍຄະດີຢາເສບຕິດ 10 ສຳນັກງານໄອຍະການສູງສຸດ(ໄທ) ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ເປັນຈຳເລີຍ ຄະດີໝາຍເລກດຳ ອຍ.1642/2560 ໃນຄວາມຜິດຖານຮ່ວມກັນຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າຢາບ້າເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ຕາມບັນຍັດຢາເສບຕິດໃຫ້ໂທດ ພສ 2522 ແລະ ບັນຍັດມາຕະການໃນການປາບປາມຜູ້ກະທຳອິດກ່ຽວກັບຢາເສບຕິດ ພສ 2534 ໂດຍສານຈະເລິ່ມພິຈາລະນາຄະດີໃນເວລາ 10:00 ຂອງມື້ທີ່ຜ່ານມານີ້.
ທ້າວ ໄຊຊະນະ ແກ້ວພິມພາ ຖືກຈັບເມື່ອເດືອນມັັງກອນ 2017 ຈົນມີການຟ້ອງຄະດີ ບໍ່ເຄີຍໄດ້ຮັບການປະກັນໂຕ ແລະມື້ນີ້ຂະນະຖືກຄຸມໂຕໄປຍັງສານອາຍາ ທ້າວ ໄຊຊະນະ ມີສີໜ້າເສີຍໆ ໃນຊຸດນັກໂທດສີນໍ້າຕານ.






ຂອບໃຈຂໍ້ມູນຈາກ: ລາວໂພສ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...