Monday, 19 February 2018

5 ຄົນເສຍຊີວິດ ໃນການຍິງກັນ ຢູ່ນອກໂບດ ໃນພາກພື້ນ ດາເກັສຖານ ຂອງ ຣັດເຊຍ

ລາຍງານຂ່າວ ຣັດເຊຍ ກ່າວວ່າ ມືປືນຄົນນຶ່ງໄດ້ຍິງປືນໃສ່ຄົນທີ່ໄດ້ເດີນທາງອອກຈາກ
ໂບດແຫ່ງນຶ່ງໃນເຂດເມືອງ Dagestan ທີ່ຕັ້ງຢູ່ທາງທິດເໜືອຂອງພູ ໂຄຄາຊັສ
"Caucasus," ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ບາດເຈັບ 5 ຄົນ.
ອົງການຂ່າວ Tass ກ່າວວ່າ ການຍິງກັນໄດ້ເກີດຂຶ້ນໃນວັນອາທິດວານນີ້ ຢູ່ນອກໂບດ
ແຫ່ງນຶ່ງໃນເມືອງ ຄິສລີຢາ "Kizlyar." ຄົນຮ້າຍໄດ້ຖືກຕຳຫຼວດຂ້າຕາຍ.
ເຈົ້າເມືອງ ຄິສລີຢາ ທ່ານ ອາເລັກແຊນເດີ ຊູວາລອຟ "Alexander Shuvalov" ໄດ້
ກ່າວຕໍ່ອົງການຂ່າວ Tass ວ່າ “ມືປືນໄດ້ຖືກຍິງຕາຍ,” ທ່ານໄດ້ກ່າວເພີ່ມເຕີມວ່າ ຕຳ
ຫຼວດສອງຄົນແມ່ນລວມຢູ່ໃນຜູ້ທີ່ໄດ້ຮັບບາດເຈັບນັ້ນ.
ຄົນຮ້າຍຖືກລະບຸວ່າມີອາຍຸ 22​ ປີ ເປັນຄົນໃນທ້ອງຖິ່ນຂອງພາກພື້ນດັ່ງກ່າວ, ອີງຕາມ
ການລາຍງານຂອງອົງການຂ່າວ Tass. ຊື່ຂອງລາວແມ່ນບໍ່ໄດ້ຖືກເປີດເຜີຍ.
ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການຍິງທີ່ວ່ານັ້ນ, ອີງຕາມການ
ກ່າວຂອງອົງການຂ່າວ Amaq, ແຕ່ບໍ່ໄດ້ໃຫ້ຫຼັກຖານໃນທັນທີທັນໃດ ສຳລັບການອ້າງ
ອີງດັ່ງກ່າວ.
ພາກພື້ນ ດາເກັສຖານ "Dagestan" ແມ່ນພາກພື້ນທີ່ມີຊາວມຸສລິມອາໄສຢູ່ສ່ວນໃຫຍ່
ຕັ້ງຢູ່ລະຫວ່າງແຄ້ວນ ເຊສເນຍ "Chechnya" ກັບ ທະເລ ກາສປຽນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...