ແຂວງຊຽງຂວາງໂດຍສະເພາະໃນເທດສະບານແຂວງຫຼາຍປີມາແລ້ວ
ທີ່ອຳນາດການປົກຄອງມັກຈະຈັດງານບຸນປີໃໝ່ລາວຢູ່ໜອງນ້ຳ
ແຫ່ງໜຶ່ງທີ່ຢູ່ຫ່າງຈາກເທດສະບານແຂວງອອກໄປ
ເຮັດໃຫ້ຫຼາຍຄົນທີ່ບໍ່ມີພາຫະນະເປັນຂອງຕົນເອງຕ້ອງອົດໄປທ່ຽວຫຼີ້ນໃນວັນປີໃໝ່ລາວ
ແຕ່ປີນີ້ປ່ຽນໃໝ່ເອົາໃຈທຸກຄົນຈັດຢູ່ກາງເມືອງບັນຍາກາດຄົງຄືກຄື້ນ.
ອີງຕາມຂໍ້ຕົກລົງຈາກທ່ານເຈົ້າເມືອງໆແປກ ແຂວງຊຽງຂວາງ
ສະບັບເລກທີ 58/ຈມຊຂ ລົງວັນທີ 8 ກຸມພາ 2018 ນີ້ແມ່ນເຫັນດີໃຫ້ກຸ່ມວິສາຫະກິດສວນພູຄຳ
(ຜູ້ພັດທະນາສວນໜອງນ້ຳຫງຳເປັນສວນສາທາລະນະ) ຈັດບຸນປີໃໝ່ລາວ ພສ 2561 ຢູ່ສວນໜອງນ້ຳຫງຳ
ເທດສະບານໂພນສະຫວັນ ເມືອງແປກແຂວງຊຽງຂວາງ ນັບແຕ່ວັນທີ 13-18 ເມສາ
2018.
ພ້ອມນີ້ເລື່ອງການລະດົມທຶນເປັນຕົ້ນແມ່ນການໃຫ້ເຊົ່າພື້ນທີ່, ຄ່າໃຊ້ຈ່າຍໃນການຈັດງານຕ່າງໆແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງສວນພູຄຳທັງໝົດ.
ເອົາເປັນວ່າທ່ານໃດທີ່ບໍ່ເຄີຍໄປທ່ຽນບຸນປີໃໝ່ຢູ່ຊຽງຂວາງກໍ່ກຽມໃຈໄປໃຫ້ໄດ້
ເບິ່ງບັນຍາກາດກ່ອນໜອງນ້ຳຫງຳກ່ອນກໍ່ດີ ຮັບຮອງທ່ານຢາກໄປແນ່ນອນ.
ສວນໜອງນ້ຳຫງຳໃນວັນປົກກະຕິກໍ່ມີງານຕະຫຼາດນັດເປັນປະຈຳທຸກໆວັນເລີ່ມເປີດແຕ່
17:00-22:00 ໂມງ
ນອກນີ້ທຸກໆທ້າຍເດືອນປະມານວັນທີ 20-30 ກໍ່ຈະມີງານຕະຫຼາດນັດຂາຍສິນຄ້າພື້ນບ້ານຂອງແຂວງຊຽງຂວາງ
ຖ້າຈະເວົົ້າໄປແລ້ວສວນໜອງນ້ຳຫງຳ ຖືເປັນໃບໜ້າໃໝ່ຂອງແຂວງຊຽງຂວາງ.
ການເກີດຂຶ້ນຂອງໜອງນ້ຳຫງຳ
ເຮັດໃຫ້ເທດສະບານແຂວງຊຽງຂວາງມີໂສມໜ້າປ່ຽນໄປ ທີ່ສຳຄັນສວນສາທາລະນະແຫ່ງນີ້ໄດ້ກາຍເປັນສະຖານທີ່ພັກຜ່ອນໃນຍາມວ່າງຂອງຊາວຊຽງຂວາງກໍ່ຄືແຂກທີ່ໄປຢ້ຽມຢາມ
ເພາະສວນໜອງນ້ຳຫງຳມີເສັ້ນທາງປູເບຕົງທະລຸໂລ່ງແຕ່ເໜືອເຖິງໃຕ້
ທັງເຊື່ອມຕໍ່ກັບຫຼາຍເສັ້ນທາງໃນເທດສະບານແຂວງ ຊຶ່ງງ່າຍຕໍ່ການເດີນທາງເຂົ້າເຖິງ.








No comments:
Post a Comment