Friday, 9 February 2018

ຍີ່ປຸ່ນ ຊ່ວຍເຫລືອລ້າປັບປຸງໂຮງໝໍ 2 ແຫ່ງຢູ່ລາວ

ຂປລ.ໃນວັນທີ 9 ກຸມພາ 2018 ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງ ວຽງຈັນ ໄດ້ມີພິທີເຊັນສັນຍາ ຊ່ວຍເຫລືອລ້າ ໂຄງການປັບປຸງ ໂຮງໝໍເສດຖາທິຣາດ ແລະ ໂຮງໝໍ ແຂວງ ຈຳປາສັກ ໃນມູນຄ່າ 1.940 ລ້ານເຢັນ ຫລື ປະມານ 17 ລ້ານ​ກວ່າໂດລາ ສະຫະລັດ. ຮ່ວມ​ລົງ​ນາມ ​ໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ລາວ, ມີທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ທ່ານ ເຄັນທາໂຣ ໂຊໂນອຸຣະ ທີ່ປຶກສາພິເສດ ຂອງທ່ານ ນາຍົກລັດຖະມົນ ຕີຍີ່ປຸ່ນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​ໃນ​ໂອກາດ​ດັ່ງກ່າວ, ທ່ານ ເຄັນທາໂຣ ໂຊໂນອຸຣະ ​ໄດ້​ມີ​ຄຳ​ເຫັນ​ວ່າ: ​ໂຄງການ ​ດັ່ງກ່າວ​ນີ້ ​ແມ່ນ​ການ​ຊ່ວຍ ​ສ້າງ​ອາຄານ ​ແລະ ປະກອບສ່ວນ ​ອຸປະກອນ​ການ​ແພດ ຢູ່​ໂຮງໝໍ​ເສດ​ຖາ​ທິຣາດ ຢູ່​ນະຄອນ ຫລວງ​ວຽງຈັນ ​ແລະ ​ໂຮງໝໍ​ ແຂວງ ​ຈຳປາ​ສັກ ​ເພື່ອ​ຍົກ​ລະດັບ​ການ ​ບໍລິການ​ທາງ​ດ້ານ ​ສາທາລະນະ​ສຸກ ​ແລະ ສ້າງ​ບຸກຄະລາ​ກອນ​ ທາງ​ການ​ແພດ​ໃຫ້​ດີ​ຂຶ້ນ. ​ລັດຖະບານ​ຍີ່ປຸ່ນ​ ​ໄດ້ຖື​ເອົາ​ ຂະ​ແໜງ​ສາທາລະນະ​ສຸກ ​ເປັນ​ຂະ​ແໜງ​ໜຶ່ງ ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ຈຶ່ງ​ໄດ້​ຂະ​ຫຍາຍ​ ການ​ຊ່ວຍ​ເຫລືອ​ຢ່າງ​ກວ້າງຂວາງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...