ວັນສຸກ ວັນທີ09/02/2018ເວລາ21:51 ນາທີ
ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ1628ວ່າມີຄົນຖືກຂ້າຕາຍທີ່ເຮືອນພັກແຫ່ງໜື່ງ ເຂດບ້ານຕານມີໄຊ ຮ່ອມ20 ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພມູນນິທິຈີນ1628ໄດ້ອອກກວດສອບເຫດພົບເຫັນຜູ້ເສຍຊີວິດ1ຄົນເປັນເພດຍິງ ສູງອາຍຸ ນອນໝູບໜ້າເປືອຍດ້ານລຸ່ມ ບໍລິເວນຄໍມີຮອຍຖືກເຊືອກຫັດ
-ສ່ວນຄົນຮ້າຍແມ່ນພົນລະເມືອງດີໄດ້ຮ່ວມກັນຈັບໄດ້1ຄົນແລະອີກຜູ້1ແມ່ນໄດ້ລົບໜີໄປພ້ອມກະເປົາເງີນກັບຊັບສີນຜູ້ເສຍຊີວິດ ຈາກການລາຍງານຈາກປະຊາຊົນໃຫ້ຮູ້ວ່າໂຈນໄດ້ແລ່ນອອກຈາກຫ້ອງແບບຕົກໃຈພໍພົນລະເມືອງດີເຫັນແລ້ວໄດ້ຊ່ວຍກັນຈັບແລະມີການຕໍ່ສູ້ກັນໜ່ອຍໜື່ງ
ຜູ້ທີ່ລົບໜີເຈົ້າໜ້າທີ່ສາມາດຈັບໂຕໄດ້ແລ້ວເປັນທີ່ຮຽບຮ້ອຍຄະດີນີ້ແມ່ນ:ຍັງຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ທຳການຫໍແລ້ວນຳສົ່ງສົບໄປຝາກໄວ້ທີ່ໂຮງເຢັນໂຮງໝໍມະໂຫສົດ









No comments:
Post a Comment