Tuesday, 30 January 2018

ນັກທຸລະກິດຈີນ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນຫລາຍໂຄງການ

ຂປລ.ໃນໂອກາດພົບປະລະແລກປ່ຽນ ດ້ານທຸລະກິດ ຫວ່າງອົງການປົກຄອງ ແຂວງບໍ່ແກ້ວ ແລະ ນັກລົງທຶນເຂດເສດຖະກິດພິເສດ ສາມຫລ່ຽມຄຳ ລວມທັງ ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ເມື່ອວັນທີ 28 ມັງກອນ 2018 ຢູ່ເຂດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເຊິ່ງມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງຜູ້ລົງທຶນ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳນວນ 9 ໂຄງການ ເພື່ອຮ່ວມກັນພັດທະນາ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໃຫ້ມີຄວາມຈະເລີນກ້າວໜ້າຕາມທິດຂອງລັດຖະບານສອງປະເທດ ລາວ-ຈີນ.
ສຳລັບບັນດາໂຄງການ ທີ່ໄດ້ມີການລົງນາມໃນຄັ້ງນີ້, ປະກອບມີ ໂຄງການກໍ່ສ້າງຄອນໂດມີນຽມ; ໂຄງການຈັດສົ່ງສິນຄ້າອອນລາຍ; ໂຄງການພັດທະນາແຫລ່ງທ່ອງທ່ຽວດອນຊາວ; ໂຄງການພັດທະນາແຫລ່ງທ່ອງທ່ຽວ ເຂດບ້ານ ສີບຸນເຮືອງ; ໂຄງການລ້ຽງງົວ ພັນຊີ້ນ; ໂຄງການລ້ຽງໝູ ພັນຊີ້ນ; ໂຄງການກໍ່ສ້າງໂຮງໝໍສາມຫລ່ຽມຄຳ; ໂຄງການກໍ່ສ້າງໂຮງຮຽນປະຖົມສາມຫລ່ຽມຄຳ ແລະ ໂຄງການສຶກສາຄວາມເປັນໄປໄດ້ ກ່ຽວກັບການເຊື່ອມໂຍງການທ່ອງທ່ຽວ.
ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວເຖິງຈຸດປະສົງ ຂອງການຈັດເວທີພົບແລກ ປ່ຽນດ້ານທຸລະກິດໃນຄັ້ງນີ້, ແມ່ນເພື່ອຊຸກຍູ້ສົ່ງເສີມພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດສາມຫລ່ຽມຄຳ ເພື່ອປະກອບສ່ວນສ້າງແຂວງບໍ່ແກ້ວ, ນັບທັງບັນດາແຂວງພາກເໜືອ ແລະ ບັນດາປະເທດໃກ້ຄຽງ ກາຍເປັນຈຸດສຸມພັດທະນາ ແລະ ມີການລົງທຶນເຊື່ອມຕໍ່ ເຊິ່ງກັນ ແລະ ກັນ ທາງດ້ານການທ່ອງທ່ຽວ. ພ້ອມນັ້ນ, ຍັງເປັນເວທີແລກປ່ຽນ ທາງດ້ານເສດຖະກິດ, ວັດທະນະທຳ ແລະ ການສ້າງລາຍຮັບ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ທ່ານ ເຈົ້າແຂວງ ຊີ້ໃຫ້ເຫັນຕື່ມວ່າ: ສປປ ລາວ ກໍຄື ແຂວງບໍ່ແກ້ວ ແມ່ນຕັ້ງຢູ່ໃຈກາງອານຸພາກພື້ນລຸ່ມແມ່ນ້ຳຂອງ 4 ຫລ່ຽມເສດຖະກິດ ມີທ່າແຮງຄວາມອາດສາມາດບົ່ມຊ້ອນຫລາຍດ້ານ ໃນການ ແລກປ່ຽນດ້ານເສດຖະກິດ-ສັງຄົມ, ການຄ້າ-ການລົງທຶນ ແລະ ການເຊື່ອມໂຍງດ້ານການທ່ອງທ່ຽວ ກັບບັນດາປະເທດໃກ້ຄຽງ. ດັ່ງນັ້ນ, ແຂວງບໍ່ແກ້ວ ໄດ້ວາງນະໂຍບາຍເປີດກວ້າງ ສົ່ງເສີມການລົງທຶນ ເຊື່ອມໂຍງການ ທ່ອງທ່ຽວແບບຍືນຍົງ ດ້ວຍຫລາຍຮູບແບບ, ຫລາຍກົນໄກ ໃຫ້ເກີດຜົນປະໂຫຍດຕົວຈິງມາສູ່ປະຊາຊົນ.
ໃນຂະນະທີ່ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍໄດ້ລະບຸວ່າ: ບັນດາຜູ້ເຂົ້າຮ່ວມເວທີພົບປະຄັ້ງນີ້, ລ້ວນແຕ່ມີປະສົບການດ້ານການຄ້າ-ການລົງທຶນ, ເຊິ່ງເປັນໂອກາດທີ່ຈະພ້ອມກັນ ວາງແຜນ ຮ່ວມກັນລົງທຶນ ເຂົ້າພັດທະນາເຂດສາມຫລ່ຽມຄຳ ໃຫ້ຈະເລີນກ້າວໜ້າໄປເລື້ອຍໆ ອັນເປັນການປະຕິບັດຂໍ້ລິເລີ່ມແນວຄວາມຄິດ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໃຫ້ມີຜົນສຳເລັດເປັນກ້າວໆ. ການລົງທຶນ ຫລື ການດຳເນີນທຸລະກິດ ຢູ່ເຂດສາມຫລ່ຽມຄຳ ແຫ່ງນີ້ ເຊິ່ງເປັນດິນແດນຂອງ ສປປ ລາວ ທີ່ມີຄວາມເໝາະສົມໃນການລົງທຶນ ຈຶ່ງເຊີນຊວນບັນດານັກທຸລະກິດທັງຈີນ ແລະ ລາວ ເຂົ້າມາຮ່ວມພັດທະນາເຂດສາມຫລ່ຽມຄຳ ກໍຄື ພັດທະນາແຂວງບໍ່ແກ້ວ ໃຫ້ມີໃບໜ້າ ໃໝ່ໃນຕໍ່ໜ້າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...