ຂປລ. ວັນທີ 30 ມັງກອນ 2018ທີ່ຜ່ານມາ ນີ້, ທີ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບເງິນ ຈຳນວນ 166 ລ້ານກວ່າກີບ ເພື່ອຊ່ວຍເຫລືອປະຊາຊົນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸດຳເຣ ໃນປີ 2017 ຜ່ານມາ, ໂດຍມອບຜ່ານ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ.
ເງິນຈຳນວນດັ່ງກ່າວ, ແມ່ນໄດ້ຮັບຈາກການລະດົມທຶນ ແລະ ຮັບບໍລິຈາກ ຈາກຫລາຍພາກສ່ວນ ເປັນຕົ້ນ ທະນາຄານແຫ່ງສປປ ລາວ, ຄະນະໂຄສະນາອົບຮົມສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງ, ກະຊວງຊັບພະຍາກອນ ທຳມະຍາດ ແລະ ສິ່ງແວດລ້ອມ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງການຕ່າງປະເທດ.
ໃນໂອກາດນີ້, ທ່ານ ທູດຫວຽດນາມ ປະຈຳລາວ ໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສສ ຫວຽນາມ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

No comments:
Post a Comment