Tuesday, 30 January 2018

ອີທີແອລ ຈະພັດທະນາເຄືອຂ່າຍ 2G ແລະ 4G ໃຫ້ໄດ້ມາດຕະຖານ ສາກົນ

ຂປລ. ພິທີເຊັນສັນຍາ ຈັດຊື້ ແລະ ກໍ່ສ້າງ ຕິດຕັ້ງໂຄງການພັດທະນາລະບົບເຄືອຂ່າຍ FTTH, ໂທລະສັບມືຖື 2G ແລະ 4G ລະຫວ່າງ ບໍລິສັດ ອີທີແອລ ຈໍາກັດ ຫລື EPC( Engineering, Procurement, Construction ) ​ແລະ ບໍລິສັດ ຄອມບາ ເທເລຄອມ ຊິສເຕັມ (ປະເທດຈີນ) ຈໍາກັດໄດ້ຈັດຂຶ້ນໃນວັນທີ 29 ມັງກອນນີ້ທີ່ສໍານັກງານໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ຕາງໜ້າລົງ​ນາມ​​ໂດຍ ທ່ານ ວູ ຈ້ຽງເຊີງ (Wu Jiang Cheng), ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ແລະ ທ່ານ ຈ່າງ ເຍ້ຈຸ່ນ (Zhang Yuejun) ຜູ້ອໍານວຍການ ບໍລິສັດ ຄອມບາ ເທເລຄອມ ຊິສເຕັມ (ປະເທດຈີນ) ຈໍາກັດ, ​ເຊິ່ງມີ​ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງໄປຊະນີໂທລະຄົມມະນາ ຄົມ ແລະ ການສື່ສານປະທານສະພາບໍລິຫານ ບໍລິສັດ ອີທີແອລ ຈໍາກັດ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ.
​ໃນ​ໂອກາດ​ດັ່ງກ່າວ, ທ່ານ ວູ ຈ້ຽງເຊີງ ໄດ້​ໃຫ້​ຮູ້​ວ່າ: ໂຄງການພັດທະນາອອກແບບຈັດຊື້ ແລະ ກໍ່ສ້າງ ຕິດຕັ້ງລະບົບໂທລະຄົມ ໃຫ້ໄດ້ມາດຕະຖານສາກົນ ໄດ້ເປັນຂີດໝາຍສໍາຄັນ ໃນການພັດທະນາ ລະບົບເຄືອຂ່າຍ ແລະ ການບໍລິການ ດ້ານໂທລະຄົມຂອງບໍລິສັດ ອີທີແອລ ຈໍາກັດ,ໂຄງການດັ່ງກ່າວ ມີມູນຄ່າທັງໝົດ 110 ລ້ານໂດລາສະຫະລັດ. ພາຍຫລັງໂຄງການດັ່ງກ່າວສໍາເລັດ ຈະເຮັດໃຫ້ລູກຄ້າກໍຄືສັງຄົມ ໄດ້ສໍາພັດກັບການບໍລິການໃໝ່ ຄຸນນະພາບທີ່ດີຕາມມາດຕະຖານສາກົນ ລວມທັງລະບົບສຽງ, Data ແລະ ໂທລະສັບມືຖື 4G ຂອງບໍລິສັດ ອີທີແອລ ຈໍາກັດ.
ພ້ອມ​ນີ້, ທ່ານ ຈ່າງ ເຍ້ຈຸ່ນ ກ່າວວ່າ: ບໍລິສັດຄອມບາ ເປັນບໍລິສັດນຳໜ້າດ້ານອຸປະກອນ ແລະເຕັກນິກດ້ານໂທລະຄົມໃນ ສປ ຈີນໂດຍຈະສົ່ງວິຊາການ ສົມທົບກັບວິຊາການ ບໍລິສັດ ETL ຈໍາກັດ ເພື່ອພັດທະນາ ບໍລິສັດ ETL ໃຫ້ເປັນບໍລິສັດທີ່ນຳໜ້າ ແລະ ທັນສະໄໝທີ່ສຸດໃນ ສປປ ລາວ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...