ພະແນກໂຍທາທິການ ແລະ ຂົ່ນສົ່ງ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ແກ້ໄຂຈະລາຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ໂດຍໄດ້ສຸມໃສ່ປັບປຸງບັນດາ 13 ເສັ້ນທາງສາຍຫຼັກ ໃນນະຄອນຫຼວງວຽງຈັນ ເຊັ່ນ: ແຕ້ມເສັ້ນຈະລາຈອນ, ຕາບເສັ້ນທາງ, ເປີດກວ້າງມຸມລ້ຽວ, ສ້າງວົງວຽນ, ສ້າງດອນກາງທາງ, ຄິດຕິດຕັ້ງປ້າຍ ແລະ ເຄື່ອງສະທ້ອນແສງ ເພື່ອແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນມີຄວາມສະດວກສະບາຍ ເພື່ອຫຼຸດຜ່ອນບັນຫາຈະລາຈອນແອອັດ ແລະ ອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃຫ້ໜ້ອຍລົງ.
ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງຂົນສົ່ງທາງບົກ ພະແນກ ບທຂ ນວ ໃຫ້ຮູ້ໃນວັນທີ 13 ທັນວາ ນີ້ວ່າ: ໂຄງການປັບປຸງເສັ້ນທາງໃນນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຕິບັດແຕ່ເດືອນພະຈິກ 2017 ເປັນຕົ້ນມາ ໂດຍຈະໃຫ້ສໍາເລັດພາຍໃນປີ 2017 ນີ້ ໃນງົບປະມານ 6 ຕື້ກວ່າກີບ. ໂດຍວຽກງານທີ່ຈັດຕັ້ງປະຕິບັດປະກອບມີ ປັບປຸງເປີດກວ້າງ ແລະ ກໍ່ສ້າງທາງວົງວຽນ ຄື: ເປີດກວ້າງຈຸດລ້ຽວກັບຖະໜົນສຸພານຸວົງ ( ໜ້າສະໜາມບິນສາກົນວັດໄຕ ), ມຸມລ້ຽວຈຸດທາງໂຄ້ງທົ່ງຕູມ ( ຖະໜົນເຕ 2 ), ມູມລ້ຽວຂວາ 2 ຈຸດ 5 ແຍກໜອງດ້ວງ, ເປີດກວ້າງດັດແປງຂອບທາງ ຈຸດສາມແຍກວົງວຽນດອນໜູນ, ມຸມລ້ຽວຂວາບ້ານໃໝ່ ທາງເຂົ້າຕາດມູນ ( ຖະໜົນເລກທີ 11 ), ມຸມລ້ຽວຂວາໄຟອໍານາດທາດຫຼວງ, ເປີດກວ້າງທາງໂຄ້ງໄຟແດງທາດຂາວ ທາງມາແຕ່ຖະໜົນແຄມຂອງ. ນອກນີ້, ຍັງໄດ້ສ້າງວົງວຽນໜອງໜ່ຽງ, ວົງວຽນວັງຊາຍ, ກໍ່ສ້າງດອນກາງທາງ ແລະ ວົງວຽນສາມແຍກປາກປາສັກ, ຕັນດອນກາງຖະໜົນໄກສອນ 1 ຈຸດ, ຕັນດອນກາງຖະໜົນທ່າເດື່ອ 1 ຈຸດ ແລະ ກໍ່ສ້າງດອນກາງທາງຢູ່ 3 ແຍກທາດຂາວ.
ວຽກປັບປຸງຕີເສັ້ນ, ຕິດຕັ້ງເຄື່ອງໝາຍສທ້ອນແສງໃສ່ດອນກາງທາງຄື: ວຽກຕີເສັ້ນ, ຕີເສັ້ນທາງມ້າລາຍ, ເສັ້ນແບ່ງເລນລົດແລ່ນ, ເສັ້ນຢຸດ ແລະ ລູກສອນບອກທິດທາງ, ຕິດຕັ້ງເຄື່ອງໝາຍສະທ້ອນແສງໃສ່ດອນກາງທາງຖະໜົນໜອງບອນ, ດົງປາຍນາ, ດົງປ່າລານ, ເຈົ້າຟ້າງຸ່ມ, ດອນຈັນ, ຂຸນບູລົມ, ເສັ້ນທາງສາມແຍກຕະຫຼາດຫົວຂົວ ຫາ ໜອງໜ່ຽງ, ຖະໜົນ 23 ສິງຫາ ແລະ ຕີເສັ້ນທາສີວົງວຽນທາງຈຸດເປີດກວ້າງ, ຈຸດກໍ່ສ້າງວົງວຽນ. ນອກນີ້, ກໍຍັງຕີເສັ້ນເຊື່ອມຕໍ່ຈາກຖະໜົນສາຍຫຼັກ ຈຸດ 3 ແຍກນາໄຊ ຫາ ສີສັງວອນ, ສາມແຍກເສັ້ນທາງແຄມຂອງ ຫາ ໂຮງໝໍມະໂຫສົດ, ສາມແຍກວົງວຽນໜອງໜ່ຽງ ຫາ ໄຟອໍານາດໜອງໜ່ຽງ, ສາມແຍກຖະໜົນແຄມຂອງ ຫາ ສີ່ແຍກທາດຂາວ ແລະ ໄປຫາວົງວຽນໂຮງໝໍ 5 ເມສາ, ສາມແຍກຖະໜົນໜອງບອນ ຫາ ຖະໜົນລ້ານຊ້າງປະຕູໄຊ, ຈຸດເຊື່ອມຕໍ່ຖະໜົນເຈົ້າຟ້າງຸ່ມ ສາມແຍກ ມໍປາຍສີໂຄດ ຂອງຖະໜົນສາມແສນໄທ ແລະ ສີ່ແຍກໄຟອໍານາດໂທລະໂຄ່ງ ຖະໜົນຂຸນບູລົມ ຫາ ສີ່ແຍກໄຟອໍານາດທົ່ງຂັນຄໍາ. ນອກນີ້, ຍັງຕິດຕັ້ງເຄື່ອງໝາຍສະທ້ອນແສງ ມີຖະໜົນສຸພານຸວົງ, ຖະໜົນລ້ານຊ້າງ ແລະ ໄກສອນ ຈໍານວນເຄື່ອງຕິດຕັ້ງ 3.600 ໂຕ, ຕິດຕັ້ງປ້າຍ ແລະ ປ່ຽນປ້າຍເກົ່າອອກ ມີຖະໜົນໄກສອນ, ອາຊຽນ, ທ່າເດື່ອ ແລະ ຖະໜົນມິດຕະພາບລາວ-ໄທ, ປັບປຸງເປີດກວ້າງ ແລະ ຈຸດກໍ່ສ້າງວົງວຽນ ທັງໝົດ 220 ປ້າຍ.
ທ່ານ ສີວອນ ຊັບທະວີ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມາເຖິງປັດຈຸບັນ ບາງໜ້າວຽກກໍສໍາເລັດ 100% ແລະ ບາງໜ້າວຽກຄືບໜ້າ 95% ສ່ວນວຽກທີ່ຍັງເຫຼືອແມ່ນຢູ່ໃນຂັ້ນຕອນຕົບແຕ່ງໃຫ້ຈົບງາມ ແລະ ໂຄງການດັ່ງກ່າວຈະສໍາເລັດ ແລະ ນໍາໃຊ້ໃນທ້າຍປີ 2017 ນີ້, ພາຍຫຼັງສໍາເລັດ ຈະຊ່ວຍເຮັດໃຫ້ຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ ໃນນະຄອນຫຼວງວຽງຈັນ; ແນວໃດກໍຕາມ, ເຖິງຈະມີສິ່ງອໍານວຍຄວາມສະດວກຫຼາຍຢ່າງຮອງຮັບ ບັນຫາການແອອັດຂອງຈະລາຈອນ ແລະ ອຸບັດຕິເຫດຈະຫຼຸດລົງໄດ້ ກໍຂຶ້ນກັບຜູ້ຂັບຂີ່ພ້ອມກັນປະຕິບັດ, ເຄົາລົບກົດລະບຽບທີ່ວາງອອກ ທັງບໍ່ປະໜາດ ແລະ ຂາດສະຕິ.


No comments:
Post a Comment