Sunday, 17 December 2017

ຈີນສຳເລັດການບິນທົດລອງຄັ້ງປະຖົມມະເລີກຂອງຍົນຕົ້ນແບບ


ຈີນສຳເລັດການບິນທົດລອງຄັ້ງປະຖົມມະເລີກຂອງຍົນຕົ້ນແບບ ຫຼື prototype ຂອງຍົນໂດຍສານຂະຫນາດໃຫຍ່ C919 ໃນເຊົ້າມື້ນີ້ທີ່ຊຽງໄຮ ໂດຍມີການທົດລອງບິນເປັນເວລາ 2 ຊມ ຖືໄດ້ວ່າເປັນອີກບາດກ້າວໜຶ່ງທີ່ສຳຄັນຂອງຈີນໃນຄວາມພະຍາຍາມເພື່ອໃຫ້ຈີນກາຍເປັນ ສູນກາງ ຜະລິດເຄື່ອງບິນ ຂອງໂລກ.
ຍົນລຳດັ່ງກ່າວບິນຂຶ້ນຈາກສະໜາມບິນສາກົນຊຽງໄຮ ປູຕົງ ໃນເວລາ 10:30 ຕອນເຊົ້າ ແລະ ບິນຢູ່ປະມານ 2 ຊມ ເພື່ອກວດສອບເບິ່ງສະມັດຖະນະຂອງລະບົບ ແລະ ອຸປະກອນທີ່ສຳຄັນຂອງຍົນ C919 ເປັນຕົ້ນການຂຶ້ນ ແລະ ລົງຈອດ, ລະບົບນຳລ່ອງ ແລະ ລະບົບສື່ສານ, ລວມທັງການເລັ່ງ ແລະ ຜ່ອນຄວາມໄວ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...