Sunday, 17 December 2017

ຫຼາຍກິດຈະກຳສຳລັບປີທ່ອງທ່ຽວລາວ ທີ່ຫຼວງພະບາງ


   ເພື່ອເປັນການຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຫຼວງພະບາງໃນໂອກາດທີ່ ສປປ ລາວ ຈັດປີທ່ອງທ່ຽວລາວປີ 2018 ແຂວງຫຼວງພະບາງໄດ້ຈັດງານຖະແຫຼງຂ່າວການຈັດ
ກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງຂຶ້ນໃນວັນທີ 9 ທັນວາ ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງໂດຍໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງປະທານຈັດກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງ,ມີການນຳຂອງພະແນກການກົມກອງ,ທູຕານຸທູດ,ຜູ້ຕາງໜ້າສະຖານກົງສູນໃຫຍ່ແຫ່ງ  ສສ ຫວຽດນາມ ແລະ ສປ ຈີນ,ຜູ້ປະກອບການທຸລະກິດ,ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

   ທ່ານ ວົງສະຫວັນ ເທບພະຈັນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວລາວທີ່ ແຂວງຫຼວງພະບາງມີຄວາມຄຶກຄື້ນມ່ວນຊື່ນ ແລະ ເປັນພິເສດກ່ວາທຸກປີອົງການປົກຄອງ ແຂວງຫຼວງພະບາງ ໄດ້ ມີກິດຈະກຳຢ່າງຫຼາກຫຼາຍຢູ່ພາຍໃນແຂວງ ແລະບັນດາເມືອງມີທັງໝົດ 37 ກິດຈະກຳໂດຍຈະເລີ່ມແຕ່ເດືອນທັນວາປີ 2017 ຫາເດືອນທັນວາປີ 2018.ໃນນີ້ກິດຈະກຳຫຼັກແມ່ນມີ 7 ກິດຈະກຳເຊັ່ນ: ງານປະກວດຂັບລຳພື້ນເມືອງຫຼວງພະບາງ,ງານສະເຫຼີມສະຫຼອງປີທ່ອງທ່ຽວລາວປີ 2018 ຢ່າງເປັນທາງການ ແລະ ບຸນປີໃໝ່ລາວທີ່ຫຼວງພະບາງ,ຈັດງານແທ້ໂອ້ຫຼວງພະບາງທີ່ສະທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ,ງານສຳມະນາວ່າດ້ວຍການທ່ອງທ່ຽວແບບຍືນຍົງ,ກິດຈະກຳຖີບລົດ ແລະ ງານມະໂຫລານຮູບເງົາຫຼວງພະບາງ.ທ່ານຮອງເຈົ້າແຂວງຫຼວງພະບາງກ່າວຕື່ມວ່າ: ນອກຈາກກິດຈະກຳຫຼັກແລ້ວຢູ່ບັນດາເມືອງອ້ອມຂ້າງແຂວງຈະມີການຈັດງານບຸນປະເພນີຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວຢ່າງຄຶກຄື້ນ.  
                                                                 ດັ່ງນັ້ນເພື່ອເປັນການຮອງຮັບເອົານັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວ ສປປ ລາວ ກໍ່ຄືແຂວງຫຼວງພະບາງໃນປີທ່ອງທ່ຽວລາວປີ 2018 ນີ້ອົງການປົກຄອງແຂວງໄດ້ມີການວາງແຜນການຮອງຮັບນັກທ່ອງທ່ຽວໂດຍຈະປັບປຸງສະຖານທີ່ບໍລິການເປັນຕົ້ນໂຮງແຮມ,ລີສອດ,ເຮືອນພັກ,ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆພ້ອມທັງຈະປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າໃຫ້ຮູ້ຈັກການຕ້ອນຮັບແຂກທີ່ເຂົ້າມາທ່ອງທ່ຽວແນໃສ່ເຮັດໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈໃນເວລາທີ່ໄດ້ເຂົ້າມາທ່ອງທ່ຽວ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...