ຂປລ. ຕອນບ່າຍວັນທີ 2 ພະຈິກ 2017 ທີ່ນະຄອນຫລວງວຽງຈັນ, ບັນດາຜູ້ນຳພັກ-ລັດຖະບານແຫ່ງ ສປປ ລາວ, ເຊິ່ງປະກອບມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແລະ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ຕ້ອນຮັບສະຫາຍ ຊົ້ງທາວ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດຈີນ, ຜູ້ຕາງໜ້າພິເສດຂອງ ສະຫາຍ ສີຈີນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໃນໂອກາດເດີນທາງ ມາແຈ້ງຜົນສຳເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ແຕ່ວັນທີ 2-3 ພະຈິກ 2017.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຊົ້ງທາວ ທີ່ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ຂອງສະຫາຍເລຂາທິການໃຫຍ່ ສີຈິນຜິງ, ພ້ອມທັງໄດ້ຕີລາຄາວ່າ: ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ຄັ້ງນີ້ ແມ່ນເຫດການການເມືອງ ທີ່ສຳຄັນຍິ່ງ ບໍ່ສະເພາະແຕ່ ພັກກອມມູນິດຈີນ ແຕ່ຍັງໄດ້ຮັບຄວາມສົນໃຈ ຢ່າງກວ້າງຂວາງ ຈາກທົ່ວໂລກ ເຊິ່ງກອງປະຊຸມໄດ້ພິຈາລະນາ ເອົາບັນດາເອກະສານທີ່ສຳຄັນ ເຊິ່ງເປັນພື້ນຖານ ໃຫ້ແກ່ການກ້າວສູ່ໄລຍະ ໃໝ່ແຫ່ງການສ້າງ ສັງຄົມນິຍົມ ຢູ່ປະເທດຈີນ ຢ່າງໜັກແໜ້ນ, ໂດຍສະເພາະ ແມ່ນການນຳເອົາແນວຄິດ "ສີຈິນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່" ເປັນແນວຄິດຊີ້ນຳ ຂອງພັກກອມມູນິດຈີນ ເຊິ່ງໄດ້ເປັນການສືບທອດ ແລະ ພັດທະນາລັດທິ ມາກ-ເລນິນ, ແນວຄິດເໝົາເຈີຕົງ, ທິດສະດີເຕິ້ງສຽວຜິງ, ແນວຄິດສຳຄັນ 3 ຕົວແທນ ແລະ ທັດສະນະການພັດທະນາຢ່າງມີວິທະຍາສາດ ທີ່ເປັນເຂັມຊີ້ທິດຂອງທົ່ວພັກ ແລະ ປະຊາຊົນຈີນ ອ້າຍນ້ອງທົ່ວທັງຊາດ ໃນການສູ້ຊົນບັນລຸເປົ້າໝາຍ "100 ປີ 2 ເຫດການ", ບັນລຸຄວາມຝັນຂອງຈີນ ໃນການຟື້ນຟູຄວາມສີວິໄລ ຮຸ່ງເຮືອງຂອງເຊື້ອຊາດຈີນ ເພື່ອກ້າວໄປສູ່ການສ້າງປະເທດຈີນ ເປັນປະເທດສັງຄົມນິຍົມ ທັນສະໄໝເຂັ້ມແຂງ ທີ່ຈະເລີນຮຸ່ງເຮືອງ ປະຊາທິປະໄຕ ສີວິໄລກົມກຽວປອງດອງ ແລະ ສວຍງາມ.
ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນເຖິງສະ ຫາຍ ສີຈິນຜິງ, ພ້ອມທັງໄດ້ເນັ້ນໜັກວ່າ: ຍິນດີສືບຕໍ່ຮ່ວມກັບ ຄະນະນຳຊຸດໃໝ່ຂອງພັກ ກອມມູນິດຈີນ ທີ່ຖືສະຫາຍ ສີຈິນຜິງ ເປັນແກນນຳ ພ້ອມກັນຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມ ຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ລາວ-ຈີນ ໃຫ້ຂະຫຍາຍຕົວ ໄປຢ່າງແຂງແຮງ ແລະ ກ້າວຂຶ້ນສູ່ລະດັບສູງໃໝ່.
ໃນມື້ດຽວກັນ, ສະຫາຍ ພັນຄຳ ວິພາວັນ ກໍໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ຊົ້ງທາວ ພ້ອມດ້ວຍຄະນະ. ສະຫາຍ ຊົ້ງທາວ ໄດ້ແຈ້ງໃຫ້ຊາບຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ກ່ຽວກັບວຽກງານແນວຄິດທິດສະດີ ຂອງພັກກອມມູນິດຈີນ. ສະຫາຍ ພັນຄຳ ວິພາວັນ ໄດ້ຕີລາຄາສູງ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກ ແລະ ການຊີ້ນຳນຳພາ ຂອງພັກ ກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ຈະຍາດໄດ້ຜົນສຳເລັດອັນໃໝ່ຮອບດ້ານ ແລະ ບັນລຸຄາດໝາຍ ທີ່ກອງປະຊຸມວາງໄວ້.
ສະຫາຍ ຊົ້ງທາວ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໝົມຂອງ ສະຫາຍ ບຸນຍັງ ວໍລະຈິດ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງຝ່າຍຈີນ ຈະສືບຕໍ່ຢຶດໝັ້ນ ການພົວພັນຫລັກການ ການພົວພັນກັບ ປະເທດບ້ານໃກ້ເຮືອນຄຽງ ແບບສະໜິດສະໝົມ, ຈິງໃຈ, ເອື້ອອຳນວຍ, ໂອບເອື້ອອາລີ ເຊິ່ງກັນ ແລະ ກັນ ຖືເອົາການສ້າງມິດໄມຕີ ກັບປະເທດໃກ້ຄຽງ ແລະ ຖືເອົາປະເທດໃກ້ຄຽງ ເປັນຄູ່ຮ່ວມມື ເຊິ່ງເປັນທິດທາງ ໃນການພົວພັນຕ່າງປະເທດຂອງ ສປ ຈີນ.
ໂອກາດດຽວກັນນີ້, ສະຫາຍ ຊົ້ງທາວ ຍັງໄດ້ພົບປະສອງຝ່າຍກັບ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການ ສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເຊິ່ງສອງຝ່າຍຕາງກໍໄດ້ ແຈ້ງສະພາບການພົ້ນເດັ່ນ ພາຍໃນພັກ ແລະ ປະເທດຂອງຕົນໃຫ້ກັນຊາບ, ພ້ອມທັງ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ກໍຄື ສອງຄະນະພົວພັນຕ່າງປະເທດ ສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ.
ຂ່າວ: ຈັນທະລອນ; ພາບ: ເກດສະໜາ

No comments:
Post a Comment