ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ກະ ຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ຈັດງານວາງສະແດງຮູບພາບ, ປື້ມ, ໜັງ ສືພິມ ແລະ ວາລະສານຂອງລາວ ແລະ ຫວຽດນາມ ໃນວັນທີ 2-4 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ທ່ານ ເຈື່ອງ ມິງ ຕ່ວນ ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ, ທ່ານ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ງານວາງສະແດງຮູບພາບ, ປື້ມ, ໝັງສືພິມ ແລະ ວາລະ ສານຕ່າງໆ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າ ທາງດ້ານວຽກງານສື່ສິ່ງພິມຂອງ ລາວ-ຫວຽດນາມ ແລະ ຍັງສ່ອງແສງໃຫ້ເຫັນເຖິງ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ ລາວ-ຫວຽດນາມ. ງານວາງສະແດງດັ່ງກ່າວ, ປະກອບມີ ສື່ສິ່ງພິມ 475 ຢ່າງ, ປື້ມຂຽນກ່ຽວກັບປະເທດ ລາວ-ຫວຽດນາມ ຫລາຍກວ່າ 80 ຫົວ, ຮູບພາບ 240 ຮູບ, ເຊິ່ງມີເນື້ອໃນສະແດງໃຫ້ເຫັນເຖິງ ສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລະຫວ່າງສອງຊາດ ລາວ-ຫວຽດນາມ.
ງານວາງສະແດງຮູບພາບ ແລະ ບັນດາສື່ສິ່ງພີມໃນຄັ້ງນີ້, ເປັນການເປີດໂອກາດ ໃຫ້ສືມວນຊົນລາວ-ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນ,ຍົກສູງປະສິດທິຜົນ ໃນວຽກງານໂຄສະນາ ຖະແຫລງຂ່າວ, ທັງເປັນການເພີ່ມພູນຄູນສ້າງ ຄວາມສາມັກຄີີຮັກແພງ ທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ກິດຕາ


No comments:
Post a Comment