ບໍລິສັດ ລາວໂປເລມາຮອນດິງ ທີ່ປຶກສາສະເໜີການຮ່ວມມືທາງດ້ານໄອທີຢູ່ນະຄອນຫຼວງວຽງຈັນ ໂດຍເນັ້ນໃສ່ຂະແໜງການເງິນ ພາສີ ສ່ວຍສາອາກອນ ແລະ ວຽກງານອື່ນໆ ເພື່ອປະກອບສ່ວນໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານ ມີປະສິດທິຜົນສູງຂຶ້ນ.
ອີງຕາມການລາຍງານທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໃນກອງປະຊຸມພົບປະທາງດ້ານວິຊາການ ລະຫວ່າງພະແນກການເງິນນະຄອນຫຼວງວຽງຈັນ ກັບບໍລິສັດ ລາວໂປເລມາຮອນດິງ ທີ່ປຶກສາ ມີບາງຕອນທ່ານກ່າວວ່າ: ກອງປະຊຸມພົບປະທາງດ້ານວິຊາການ ແມ່ນເປັນບ່ອນອີງໃຫ້ແກ່ພະແນກການເງິນ ໄປລາຍງານຕໍ່ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອພິຈາລະນາຮັບຮອງເອົາໂຄງການ ການພັດທະນາວຽກງານໄອທີ ໃນຂະແໜງການເງິນ ຢູ່ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຈັດເກັບລາຍຮັບຈາກສ່ວຍສາອາກອນ ແລະ ວຽກງານບໍລິຫານອື່ນໆຂອງລັດ.
ກອງປະຊຸມໄດ້ເຫັນດີຮັບຮອງເອົາຫຼັກການລວມ ທີ່ບໍລິສັດສະເໜີມາ ເພື່ອລາຍງານຕໍ່ທ່ານເຈົ້າຄອງ ນວ ເຫັນດີໃຫ້ຈັດກອງປະຊຸມທາງດ້ານວິຊາການ ໂດຍມອບໃຫ້ພະແນກສ່ວຍສາອາກອນເປັນເຈົ້າການສົມທົບກັບບໍລິສັດ ເພື່ອປຶກສາຫາລືກັນລະອຽດຕື່ມທາງດ້ານເຕັກນິກ ແລະ ວຽກງານອື່ນໆ ພ້ອມນັ້ນ ພະແນກການເງິນ ນວ ແລະ ບໍລິສັດ ລາວໂປເລມາຮອນດິງ ທີ່ປຶກສາ ໄດ້ລົງນາມໃນບົດບັນທຶກກ່ຽວກັບການຮ່ວມມືພັດທະນາວຽກງານໄອທີໃນອະນາຄົດ.
ປັດຈຸບັນ ບໍລິສັດ ລາວໂປເລມາຮອນດິງ ທີ່ປຶກສາ ກຳລັງສ້າງແຜນຮ່ວມມືກັນ ເພື່ອພັດທະນາລະບົບໄອທີເຊື່ອມຕໍ່ການເກັບລາຍຮັບ ໃນຂົງເຂດຂະແໜງການເງິນ ພາສີ ສ່ວຍສາອາກອນ ໃນ ສປປ ລາວ ໃຫ້ໄດ້ປະສິດທິຜົນສູງຂຶ້ນ ໂດຍອີງໃສ່ການນຳໃຊ້ສະກຸນເງິນກີບ ແລະ ລະບົບການດຳເນີນງານທີ່ທາງບໍລິສັດນຳໃຊ້ຢູ່ມາເປັນພື້ນຖານ.
ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນວັນທີ 30 ຕຸລາ 2017 ທີ່ພະແນກການເງິນ ນວ ໂດຍເປັນປະທານຂອງທ່ານຫົວໜ້າພະແນກການເງິນ ນວ ມີຕາງໜ້າພະແນກສ່ວຍສາອາກອນ ນວ ບໍລິສັດ ລາວໂປເລມາຮອນດິງ ທີ່ປຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No comments:
Post a Comment