Tuesday, 7 November 2017

ສປ ຈີນ ຢຶດໝັ້ນການຮວ່ມມື ຮອບດ້ານຕໍ່ການຮັດແໜ້ນ ສາຍພົວພັນສອງຊາດ


ຂປລ. ສປ ຈີນ ສືບຕໍ່ຖືເອົາ ຄວາມໝັ້ນຄົງຍາວນານ, ໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງ, ການຮ່ວມມື ຢ່າງຮອບດ້ານ, ມີຄວາມໄວ້ເນື້ອເຊື້ອໃຈ ເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນສາຍພົວພັນ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະໃໝ່.
ທ່ານ ຫວາງ ເວີນ ທ່ຽນ ເອກອັກຄະລັດ ຖະທູດ ສປ ຈີນ ປະຈຳ ສປປ ລາວ ໃຫ້ສຳພາດຕໍ່ສື່ມວນຊົນລາວ ແລະ ຈີນ ໃນວັນທີ 7 ພະຈິກ ນີ້ ວ່າ: ສປ ຈີນ ຍາມໃດກໍຢຶດໝັ້ນ ການຮວ່ມມືຮອບ ດ້ານຮັດແໜ້ນ ການພົວພັນສອງຊາດ ເປັນສຳຄັນ ລະຫວ່າງສອງປະເທດ ຈີນ-ລາວ ແບບສະເໝີຕົ້ນສະເໝີປາຍ, ພ້ອມທັງ ຖືເອົາສາຍພົວພັນດັ່ງກ່າວ, ເປັນນະໂຍບາຍ ການຕ່າງປະເທດ ແລະ ປະເທດອ້ອມຂ້າງຂອງປະເທດຈີນ.
ການໃຫ້ສຳພາດຂອງ ທ່ານ ຫວາງ ເວີນ ທ່ຽນ ກ່ຽວກັບສາຍພົວພັນສອງຝ່າຍ ລາວ-ຈີນ ໄດ້ມີຂຶ້ນ ໃນໂອກາດກ່ອນທີ່ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນ 13-14 ພະຈິກ 2017.
ການຢ້ຽມຢາມໃນຄັ້ງນີ້, ເປັນນິມິດໝາຍທີ່ສຳຄັນ ສຳລັບສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ສປ ຈີນ ໄດ້ຖືຄວາມສຳຄັນຢ່າງສູງ ຕໍ່ການຜັນຂະຫຍາຍ ສາຍພົວພັນ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ. ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ສໍາເລັດລົງ, ທ່ານ ສີ ຈິ້ນຜິງ ໃນຖານະເປັນເລຂາທິການໃຫຍ່ ຂອງຄະນະບໍລິຫານງານ ສູນກາງພັກ ກອມມູນິດຈີນ ໄດ້ເລືອກເອົາ ສປປ ລາວ ເປັນປະເທດ ທຳອິດໃນການຢ້ຽມ ຢາມຢ່າງເປັນທາງການ.
ສປ ຈີນ ຍິນດີຈະສືບຕໍ່ເປັນກຳລັງໜູນ ທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ ຂອງປະເທດລາວ ໃນການສະໜັບສະໜູນ ຕໍ່ພາລະກິດປະຕິຮູບໃໝ່ ແລະ ການສ້າງສັງຄົມນິຍົມ ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມຈະສະໜັບສະໜູນ ສປປ ລາວ ໃນການພັດທະນາ ໃຫ້ເໝາະສົມກັບສະພາບຕົວຈິງຂອງປະເທດ. ການມາຢ້ຽມຢາມໃນຄັ້ງນີ້, ຍັງຈະເປັນການ ວາງແຜນຍຸດທະສາດ ແຫ່ງການພັດທະນາຮ່ວມກັນ ສຳລັບສາຍພົວພັນ ຂອງສອງປະເທດໃນໄລຍະໃໝ່, ກຳນົດທິດທາງການຮ່ວມມື ໃນອະນາຄົດ ທັງເປັນການ ຜັນຂະຫຍາຍສາຍພົວພັນ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ປະເທດທີ່ມີລັກສະນະ ໄວ້ເນື້ອເຊື້ອໃຈ, ຊ່ວຍເຫລືອ ແລະ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງຕີລາຄາເຖິງ ຄວາມສຳຄັນຂອງການມາຢ້ຽມຢາມຄັ້ງນີ້ ເພາະວ່າຈະເປັນການຊຸກຍູ້ ການພັດ ທະນາຂອງສັງຄົມນິຍົມ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງສອງປະເທດ ໃນໄລຍະໄໝ່.
ຂ່າວ: ສິງຄຳ, ພາບ: ເກດສະໜາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...