ກະຊວງປ້ອງກັນຄວາມສະຫງົບຈີນໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພາກສ່ວນປ້ອງກັນຄວາມສະຫງົບຈີນໄດ້ເຄື່ອນໄຫວນຳຈັບຜູ້ຕ້ອງສົງໄສທີ່ກ່ຽວພັນກັບການສໍ້ລາດບັງຫຼວງທີ່ໂຕນໜີໄປຕ່າງປະເທດໄດ້
3,317
ຄົນ.
ໂດຍຜູ້ກະທໍາຄວາມຜິດເຫຼົ່ານັ້ນກະຈາຍຢູ່ 120 ກວ່າປະເທດແລະເຂດແຄວ້ນ, ທັງສາມາດເກັບກູ້ເງິນທີ່ກ່ຽວພັນກັບຄະດີໄດ້ຫຼາຍຕື້ຢວນນໍາອີກ.
ທັງນີ້ 5
ປີຜ່ານມາ, ຫຼັງບຸກທະລຸໃນການຮ່ວມມືການປະຕິບັດກົດໝາຍສາກົນຢ່າງບໍ່ຢຸດຢັ້ງ
ໂດຍພາກສ່ວນປ້ອງກັນຄວາມສະຫງົບຈີນໄດ້ຈັບຜູ້ກະທຳຜິດທີ່ໂຕນໜີໄປຕ່າງປະເທດເຊັ່ນຢູ່ເກຣັກ,ບຸນກາຣີ,ອີຕາລີ,ເປຣູ,ແອັດສະປາຍ,ຣັດເຊຍ,ອາຣັບບີ
ຊາອຸດິດ,ຝຣັ່ງ,ຮົງກາຣີລວມທັງປະເທດແລະເຂດແຄວ້ນອື່ນໆ.
ໃນນັ້ນ 16
ຄົນໄດ້ກັບຄືນປະເທດ
ລວມທັງຮຽກຮ້ອງຜູ້ຢູ່ການາດາ,ອົດສະຕຣາລີ,ນູແວນເຊລັງແລະອື່ນໆໃຫ້ກັບຄືນປະເທດຕື່ມອີກ.ນອກຈາກນີ້,ນັບແຕ່ປີນີ້ເປັນຕົ້ນມາຍັງສາມາດເກັບກູ້ເງິນທີ່ເປັນຂອງກາງກ່ຽວພັນກັບຄະດີຜູ້ຢູ່ຕ່າງປະເທດໄດ້ເຖິງ
1.48 ຕື້ຢວນ.
Cr : ຂ່າວເສດຖະກິດ-ການຄ້າ Lao Economic Daily

No comments:
Post a Comment