Tuesday, 7 November 2017

ຕູ້ເຢັນ7ແສນແຕ່ຕ້ອງເຕີມນໍ້າຢາປີ2ລ້ານ ? ເຈົ້າວ່າແນວໃດກັບເລື້ອງນີ້ ສະແດງຄວາມເຫັນມາເລີຍ







ຈົດບິນແລ້ວແນວໃດກໍຕ້ອງເອົາ!? ເກີດເລື່ອງລະຫວ່າງແມ່ຄ້າຂາຍເຄື່ອງໃຊ້ໄຟຟ້າກັບລູກຄ້າ...ເຖິງຂັ້ນກ່າວ ພໍ່ແມ່ຄືຊິບໍ່ມີປັນຍາຊື້ໃຫ້ເນາະ!!
- ເລື່ອງລາວດັ່ງກ່າວເຜີຍແຜ່ໂດຍຜູ້ໃຊ້ເຟສບຸກ : @Nang Sivongkham ໂດຍໄດ້ເລົ່າເຫດວ່າ ທຳອິດຕົນໄດ້ເຂົ້າຕະຫຼາດເຊົ້າເພື່ອໄປເລືອກຊື້ເຄື່ອງໃຊ້ໄຟຟ້າຢູ່ຮ້ານດັ່ງກ່າວ ກໍຄືຕູ້ເຢັນ ລູກຄ້າໄດ້ເລືອກຊື້ເອົາຕູ້ເຢັນຂະໜາດນ້ອຍ ແລ້ວແມ່ຄ້າເອີ້ນໃຫ້ຈ່າຍເງິນ ລູກຄ້າກໍຈ່າຍໄປ ໃນລາຄາ 700.000 ກີບ ຕໍ່ມາແມ່ຄ້າໄດ້ເອີ້ນໃຫ້ລູກຄ້າມາເບິ່ງວິທີໃຊ້ໂດຍບອກວ່າລຸ້ນນີ້ຕ້ອງໄດ້ຕຶ່ມນຳ້ຢາ 2 ເດືອນຕໍ່ 1 ເທື່ອ ຕຶ່ມເທື່ອລະ 300.000 ປາຍ ລູກຄ້າກ່າວວ່າຖ້າເປັນແບບນີ້ຕົນຄົງຈະບໍ່ໄຫວເພາະຕົນກໍຍັງເປັນນັກຮຽນແລະກໍຍັງມີຄ່າໃຊ້ຈ່າຍອື່ນໆອີກຫຼາຍ ລູກຄ້າກ່າວບໍ່ໄຫວຖ້າໃຊ້ເປັນປີ ຈະເສຍຄ່ານຳ້ຢານີ້ເທົ່າໃດ ແມ່ຄ້າຕອບວ່າເສຍ 2 ລ້ານປາຍ ລູກຄ້າກ່າວບໍ່ເອົາແລ້ວເພາະແພງໂພດ ພໍໄດ້ຍິນຄຳນັ້ນແມ່ຄ້າກໍຂຶ້ນສຽງໃສ່ທັນທີ...
- ລູກຄ້າກ່າວຂໍເງິນຄືນທີ່ຈ່າຍຄ່າຕູ້ເຢັນນັ້ນໄດ້ບໍ ແມ່ຄ້າບອກສົ່ງເງິນຄືນບໍ່ໄດ້ ເພາະໄດ້ຂຽນບິນໃຫ້ແລ້ວ ຖ້າເອົາເງິນຄືນຫົວໜ້າຕ້ອງໄລ່ອອກວຽກ ລູກຄ້າກ່າວ ບໍ່ວ່າສົ່ງເງິນຄືນບໍ່ໄດ້ ເພາະເຄື່ອງໃຊ້ກໍຍັງບໍ່ທັນເອົາອອກຈາກຮ້ານ ເພາະເອົາແບບຕຶ່ມນຳ້ຢາບໍ່ໄຫວອີຫລີ ແລ້ວກໍມີຜູ້ຊາຍຝ່າຍຮ້ານ 2-3 ຄົນມາກ່າວບອກລູກຄ້າໃຫ້ເອົາແນວໃດກໍຕ້ອງເອົາ ພ້ອມນັ້ນແມ່ຄ້າສັ່ງໃຫ້ຜູ້ຊາຍອີກຄົນເອົາຕູ້ເຢັນໄປໃສ່ກ່ອງເລີຍ ລູກຄ້າກໍກ່າວ ໃສ່ກໍໃສ່ແລະ ຂ້ອຍບໍ່ເອົາແບບຕຶ່ມນຳ້ຢາ ...
- ແມ່ຄ້າຍັງໄດ້ກ່າວໃຫ້ລູກຄ້າໃນລັກສະນະດູຖູກ : ເຮືອນເຈົ້າມີລົດໃຫຍ່ບໍ? ພໍ່ແມ່ຄືຊິບໍ່ມີປັນຍາຕຶ່ມເງິນຊື້ໃຫ້ເນາະ! ... ແມ່ຄ້າກ່າວຖ້າບໍ່ເອົາຮູ້ເຢັນ ກໍເອົາເຕົາລີດຫຼືເອົາຢ່າງອື່ນເອົາ ແຕ່ຈະຖອນເງິນຄືນບໍ່ໄດ້ ລູກຄ້າກ່າວຕູ້ເຢັນກໍຍັງບໍ່ໄດ້ເອົາໄປໃສຍັງຢູ່ຮ້ານຢູ່ ຖອນເງິນໃຫ້ ແລະ ກໍແລ້ວ... ສຸດທ້າຍແມ່ຄ້າກໍຍອມຖອນເງິນໃຫ້ຄືນພ້ອມກ່າວຈົ່ມໃຫ້ພ້ອມ (ເບິ່ງຄລິບ ແລະ ໂພສເຕັມທີ່ດ້ານລຸ່ມ)

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...