ຂປລ. ບັນດາການນຳຂັ້ນສູງຂອງ ສປປ ລາວ ແລະ ສສ ຫວຽດນາມ ມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ, ທ່ານ ນາງ ຫງວຽນ ທິ ກິມ ເງິນ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈິ້ງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ໄດ້ເຂົ້າຮ່ວມ ພິທີວາງສີລາລືກ ແລະ ເປີດໂຄງການປຸກສ້າງ ຫໍສະພາແຫ່ງຊາດ ໃນວັນທີ 1 ພະຈິກ 2017 ທີ່ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ສົມພັນ ແພງຄຳມີ ຮອງປະທານ ສະພາແຫ່ງຊາດລາວ, ຫົວໜ້າຄະນະຊີ້ນຳໂຄງການປຸກສ້າງ ຫໍສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 23.400 ຕາແມັດ, ໃນນັ້ນ ມີເນື້ອທີ່ປຸກອາຄານ 7.171 ຕາແມັດ, ກວ້າງ 78 ເມັດ, ເນື້ອທີ່ຈອດລົດ ແລະ ທາງສັນຈອນ 9.450 ຕາແມັດ ສາມາດຈອດລົດໃຫຍ່ໄດ້ 273 ຄັນ, ລົດເມ 3 ຄັນ, ລົດຈັກ 270 ຄັນ, ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ສາມາດບັນຈຸໄດ້ 800-1.000 ຄົນ. ສ່ວນຫ້ອງປະຊຸມສຳລັບ ສສຊ ບັນຈຸໄດ້ 433 ຄົນ. ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ ຈຳນວນ 100 ລ້ານໂດລາສະຫະລັດ ໃນໂອກາດ ສະເຫລີມສະຫລອງ 2 ວັນປະຫວັດສາດ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາ ຄົບຮອບ 40 ປີ, ໂດຍແມ່ນແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.
ທ່ານ ສົມພັນ ແພງຄຳມີ ຍັງໃຫ້ຮູ້ຕື່ມວ່າ: ຫໍສະພາແຫ່ງນີ້ ເມື່ອສ້າງສຳເລັດ ຈະເປັນໜຶ່ງໃນສັນ ຍາລັກ ແຫ່ງສາຍພົວພັນ ແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງຈະເປັນມູນມໍລະດົກ ອັນລ້ຳຄ່າໃຫ້ລູກຫລານ ຂອງພວກເຮົາໄດ້ປົກປັກຮັກສາ, ສຶກສາ ແລະ ຄົ້ນຄວ້າຮ່ຳຮຽນໃນຂັ້ນຕໍ່ໄປ.
ຂ່າວ: ຈັນທະລອນ; ພາບ: ອ່າຍຄຳ


No comments:
Post a Comment