Thursday, 2 November 2017
ແຮັກເກີ ເກົາຫລີເໜືອລັກແບບເຮືອຮົບເກົາຫລີໃຕ້
ເຜີຍແຮັກເກີເກົາຫລີເໜືອລັກລອບຈາລະກຳຂໍ້ມູນແບບເຮືອຮົບຂອງເກົາຫລີໃຕ້ ທ່ານ ຄະຍອງແດຊູ ຈາກພັກຝ່າຍຄ້ານຂອງເກົາຫລີໃຕ້ ເຜີຍກັບຣອຍເຕີວ່າ ມີຄວາມເປັນໄປໄດ້ ສູງທີ່ແຮັກເກີເກົາຫລີເໜືອເປັນຜູ້ຢູ່ເບື້ອງຫລັງການຈາລະກຳຂໍ້ມູນຂອງບໍລິສັດ ແດວູ ຊິບບິວດິ້ງ ແອນ ມາຣີນເອັນຈີເນຍຣິ່ງ (DSME)ຊຶ່ງເປັນຜູ້ຜະລິດເຮືອຮົບເກົາຫລີໃຕ້ ໂດຍສະເພາະຢ່າງຫຍິ່ງແມ່ນແບບການກໍ່ສ້າງເຮືອຮົບເກົາຫລີໃຕ້ ທັງນີ້ບໍລິສັດ ແດວູເປັນຜູ້ ຮັບເໝົາຕໍ່ເຮືອຮົບຫລາຍລຳຂອງປະເທດ ລວມເຖິງເຮືອຮົບ ຊັ້ນແອຈິສ ແລະເຮືອດຳນ້ຳ ແລະຄາດວ່າເກົາຫລີເໜືອໄດ້ຂໍ້ມູນການກໍ່ສ້າງເຮືອເຫລົ່ານີ້ໄປນຳ ເມື່ອເດືອນ ເມສາປີກາຍ ໂດຍທີມສືບສວນຂອງລັດຖະສະພາພົບວ່າຂໍ້ມູນຖືກຈາລະກຳດ້ວຍວິທີການດຽວກັນກັບທີ່ ເກົາຫລີເໜືອເຄີຍເຮັດ ແຕ່ຍັງບໍ່ມີການເປີດເຜີຍຢ່າງຊັດເຈນວ່າ ຂໍ້ມູນທີ່ຖືກຈາລະກຳໄປ ນັ້ນ ມີຄວາມລະອຽດອ່ອນພຽງໃດຂະນະທີ່ໂຄສົກຂອງ DSMEໄດ້ອອກມາຢືນຢັນວ່າ ບໍລິສັດໄດ້ຖືກຈາລະກຳຂໍ້ມູນຈິງ ແລະເຊື່ອ ວ່າເກົາຫລີເໜືອເປັນຜູ້ຢູ່ເບື້ອງຫລັງໄພຄຸຄາມທາງໄຊເບີຂອງເກົາຫລີໃຕ້ຫລາຍຕໍ່ຫລາຍຄັ້ງ ເຖິງແມ່ນວ່າເກົາຫລີເໜືອຈະຢືນຢັນປະຕິເສດມາໂດຍຕະຫລອດກໍ່ຕາມ ກ່ອນໜ້ານີ້ ຫນ່ວຍຕໍ່ຕ້ານການຈາລະກຳຂໍ້ມູນຂອງກອງທັບເກົາຫລີໃຕ້ ເຄີຍກວດສອບກໍລະນີການ ແຮັກຂໍ້ມູນບໍລິສັດ ຮານຈິນ ເຮຟວີ ອິນດັສຕຣີ ແອນຄອນສະຕຣັກຊັນ ຊຶ່ງເປັນບໍລິສັດ ຕໍ່ເຮືອລາຍໃຫ່ຍ ໂດຍເຊື່ອວ່າເກົາຫລີເໜືອມີສ່ວນກ່ຽວຂ້ອງກັບການລ້ວງຂໍ້ມູນດັ່ງກ່າວ ເຊັ່ນກັນ.
Sout: http://raosukunfung.com
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment