Thursday, 2 November 2017
ເຕືອນໄພ ພາຍຸໜູນເຂດຮ້ອນ 3 – 5 ພະຈິກນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນໄພພາຍຸເຂດຮ້ອນດຳເຣ (Damrey) ຫົວທີ 23 ໃນເວລາ 7 ໂມງເຊົ້າຂອງວັນທີ 2 ພະຈິກ 2017 ມີຈຸດສູນກາງຢູ່ເສັ້ນຂະໜານທີ 12,6 ອົງສາເໜືອ ແລະ ເສັ້ນແວງທີ 117,5 ອົງສາຕາເວັນອອກກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.
ພະຍຸດັ່ງກ່າວມີຈຸດທີ່ຕັ້ງຢູ່ຢຸ່ທະເລຈີນຕອນໃຕ້ ແລະ ຈະເຄື່ອນທີ່ຜ່ານເຂດອ່າວໄທ ແລະ ວົງລັດສະໝີຈະກວມເອົາບັນດາແຂວງພາກໃຕ້ຂອງປະເທດລາວ ໃນໄລຍະວັນທີ 3 ຫາ 5 ພະຈິກ 2017 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ແຂວງບໍລິເວນ4 ແຂວງຄື: ອັດຕະປື, ເຊກອງ, ຈຳປາສັກ ແລະ ສາລະວັນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment