Tuesday, 7 November 2017

ຕິດຄຸກຕະຫຼອດຊີວິດ! 5 ຄົນຮ້າຍຂ້າ 2 ສາວລາວຖິ້ມປ່າ “ເຈ້ນາງ” ເຈົ້າແມ່ສະຫວັນນະເຂດສັ່ງຂ້າ-ແຄ້ນເປັນກິກຜົວຕົນ!


7/11/2017 ສຳນັກງານໄອຍະການຈັງຫວັດກາລະສິນ ເປີດເຜີຍວ່າ ເມື່ອວັນທີ 31/10/2017 ສານຈັງຫວັດກາລະສິນມີຄຳສັ່ງຈຳຄຸກຕະຫຼອດຊີວິດ 5 ຄົນຮ້າຍ ແກ໋ງຊ້າງດຳ ໃນຖານຄວາມຜິດຮ່ວມກັນຂ້າຄົນອື່ນໂດຍໄຕ່ຕອງໄວ້ກ່ອນ ຮ່ວມກັນມີອາວຸດປືນໂດຍບໍ່ໄດ້ຮັບອະນຸຍາດ ຮ່ວມກັນປິດບັງ ເຊື່ອງຊ້ອນຄົນຕາຍທຳລາຍຫຼັກຖານ ..
ໂດຍເຫດເກີດໃນວັນທີ 1 ກັນຍາ 2016 ຕຳຫຼວດກໍໄດ້ເລັ່ງສືບສວນຈົນຮູ້ໂຕຄົນຮ້າຍ 






ໂດຍ 5 ຄົນຮ້າຍ ໄດ້ຮ່ວມກັນຂ້າ 2 ສາວລາວຢ່າງໂຫດຮ້ຽມ ໂດຍການເອົາປືນຈໍ່ຍິງເຂົ້າບໍລິເວນຫົວ ແລ້ວເອົາສົບໃສ່ທ້າຍລົດເອົາໄປຖິ້ມຢູ່ປ່າ ກໍຄື : ນ. ກອງຄຳ ອາຍຸ 40 ປີ ແລະ ນ. ຈັນສະໝອນ ອາຍຸ 26 ປີຕາມລາຍງານຂ່າວເປີດເຜີຍວ່າ ເຈົ້າໜ້າທີ່ຕຳຫຼອດສືບສວນຈົນຮູ້ຄົນທີ່ຈ້າງແກ໋ງຊ້າງດຳ ມາຂ້າ 2 ສາວ ນັ້ນກໍຄື ເຈ້ນາງ ຂາໃຫຍ່ໃນສະຫວັນນະເຂດ ເພາະໂກດແຄ້ນ ນ. ຈັນສະໝອນ ຫຼັງຈັບໄດ້ວ່າແອບເປັນກິກກັບຜົວຕົນ ຈຶ່ງໄດ້ວ່າຈ້າງແກ໋ງຊ້າງດຳ ໂດຍໃຫ້ເງິນ 400,000 ບາດ ໃຫ້ໄປຂ້າໃນຝັ່ງໄທນັ້ນເອງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...