Tuesday, 7 November 2017

ທຣັມ ບອກຍີປຸ່ນບໍ່ຕ້ອງຢ້ານເກົາຫລີເໜືອຖ້າຊື້ອາວຸດຈາກອາເມລິກາ




ທ່ານໂດນັ້ນ ທຣັມ ປະທານາທິບໍດີອາເມລິກາ ກ່າວໃນທີ່ປະຊຸມກັບທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີປຸ່ນ ຢືນຢັນວ່າຊ່ວງເວລາທີ່ອາເມລິກາໃຫ້ຄວາມອົດທົນກັບເກົາຫລີ ເໜືອໝົດລົງແລ້ວ ແລະອາເມລິກາກັບຍີປຸ່ນຈະຮ່ວມມືກັນເພື່ອປະເຊີນໜ້າກັບຄວາມ ຍະໂສຂອງເກົາຫລີເໜືອ ໂດຍທຣັມບອກວ່າຍີປຸ່ນຈະສາມາດຍິງຂີປະນາວຸດຂອງເກົາ ຫລີເໜືອໃຫ້ຕົກລົງຈາກທ້ອງຟ້າໄດ້ທັນທີ ຖ້າຍີປຸ່ນຊື້ອາວຸດ ແລະຍຸດໂທປະກອນສະໄໝໃໝ່ ຈາກອາເມລິກາຈຳນວນຫລາຍ ເພາະຕອນນີ້ ອາວຸດຈາກອາເມລິກາມີປະສິດຕິພາບຫລາຍ ທີ່ສຸດໃນໂລກດ້ານທ່ານ ອາເບະ ກໍ່ຕອບຮັບດ້ວຍການບອກວ່າ ຍີປຸ່ນຈະຍິງຂີປະນາວຸດຂອງເກົາຫລີ ເໜືອຖິ້ມຫາກຈຳເປັນ ແລະຢືນຢັນວ່າຍີປຸ່ນເຫັນດີນຳ 100 % ກັບຈຸດຢືນຂອງອາເມລິກາ ທີ່ພ້ອມກົດດັນເົາຫລີເໜືອທຸກວິຖີທາງ ໃຫ້ຢຸດການທົດສອບຂີປະນາວຸດ ແລະອາວຸດນິວ ເຄຣຍ ນອກຈາກນີ້ຍີປຸ່ນຈະທຳການອາຍັດຊັບສິນຂອງບໍລິສັດເກົາຫລີເໜືອ 35 ແຫ່ງໃນ ຍີປຸ່ນ ຊຶ່ງເປັນໜຶ່ງໃນມາດຕະການກົດດັນເກົາຫລີເໜືອນຳວັນນີ້ຈະເປັນມື້ທີ 3 ທີ່ ທຣັມເດີນທາງຢ້ຽມຢາມເອເຊຍ ໂດຍທ່ານຈະເລີ່ມເດີນທາງໄປທີ່ ນະຄອນຫລວງໂຊລຂອງເກົາຫລີໃຕ້ໃນວັນນີ້ (7 ພະຈິກ 2017) ແລະຫົວຂໍ້ຫລັກໃນການເຈ ລະຈາກັບຜູ້ນຳເກົາຫລີໃຕ້ກໍ່ຍັງຄົງເປັນເລື່ອງການກົດດັນເກົາຫລີເໜືອ ຊຶ່ງເກົາຫລີໃຕ້ ແລະຍີປຸ່ນເປັນສອງປະເທດທີ່ໄດ້ຮັບຜົນກະທົບໂດຍກົງ ເພາະເປັນປະເທດເພື່ອນບ້ານກັບ ເກົາຫລີເໜືອ
ພາບ: AP
:ຄັກສຸດ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...