ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າຍ້ອນທາດດັ່ງກ່າວມີຄວາມຊູດໂຊມຫລາຍເນື່ອງຈາກຖຶກເຈາະເປັນຮູກ້ວາງເພື່ອຂູດຄົ້ນສິ່ງມີຄ່າຂອງໂຈນຫໍ້ໃນເມື່ອກ່ອນແຕ່ປາຍທາດລົງມາຮອດພື້ນ ຊຶ່ງຍາມຝົ່ນໄດ້ເຮັດໃຫ້ດ້ານໃນປຽກຊືມ ແລະ ເສາະເຈື່ອນລົງເທື່ອນ້ອຍ ສາເຫດດັ່ງກ່າວອາດຈະເຮັດໃຫ້ທາດມີໂອກາດທະຫລົ່ມລົງ ພ້ອມນີ້ກໍ່ໄດ້ທຳການອະນາໄມອ້ອມທາດຍ້ອນມີຕົ້ນໄມ້ໄດ້ອອກເທິງປາຍ ແລະເຫັນວ່າປາຍທາດມີລັກສະນະ ງ້ວຍລົງ ກໍລະນີຕົ້ນໄມ້ໃຫຍ່ມາແລະ ມີລົມພັດແຮງກໍ່ຈະເຮັດໃຫ້ທາດແຕກພັງລົງໄດ້ເຊັນກັນ.
ດັ່ງນັ້ນ ເພື່ອໃຫ້ມີຄວາມປອດແລະ ຮັກສາໄດ້ຮອງຮອຍປະຫວັດສາດ ແລະຄຸ່ນຄ່າມໍລະດົກຕະຫລອດໄປນັ້ນ ທາງອຳນາດການປົກຄອງຂອງແຂວງຊຽງຂວາງ ແລະ ອົງການຢູເນດສໂກ ຈຶ່ງໄດ້ທຳການສຳຫລວດແລະ ອານຸຍາດຈັດໂຄງການອະນາໄມ ແລະ ບູລະນະປະຕິສັງຂອນອັດຕັນຮູເຈາະໃຫ້ມີຄວາມຮັບປະກັນ ພ້ອມທັງຈະໄດ້ສ້ອມແປງຕີນທາດໃຫ້ມີຄວາມຮັບປະກັນຕະຫລອດໄປ
ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫລືອຈາກໂຄງການພັດທະນາການທ່ອງທ່ຽວແບບຍືນຍົງແລະ ຊົມຊົນມີສ່ວນຮ່ວມຈາກປະເທດນິວຊີແລນ ແລະ ຈະໃຊ້ທຶນປະມານ ຫນຶ່ງຕື້ກວ່າກີບເຂົ້າໃນການບູລະນະສ້ອມແປງໃນຄັ້ງນີ້.
ບົດຂ່າວນີ້ໄດ້ມາຈາກສະມາຊິກເຟສບຸກທີ່ມີຊື່ວ່າ Lee Asia
ພາບ-ຂ່າວ : ຟັງຂ່າວ99
ຂ່າວ : Khuksoud.com



No comments:
Post a Comment