Tuesday, 7 November 2017

ມື້ນີ້ມາທຳຄວາມຮູ້ຈັກ “ ລະເບີດໄຮໂດເຈນ “ ອາວຸດລັບຂອງເກົາຫຼີເໜືອ ທີ່ກ່າວກັນວ່າມີຄວາມຮຸນແຮງຍິ່ງກ່ວາລະເບິດນິວເຄຍ.


ຈາກເຫດການທີ່ເກົາຫຼີເໜືອ ໄດ້ທໍາການທົດລອງຍິງຂີ່ປະນາວຸດເມື່ອວັນທີ 3 ກັນຍາ 2017 ທີ່ລັດຖະບານປຽງຢາງ ປະກາດວ່ານີ້ຄືຕົ້ນແບບຂອງລະເບີດໄຮໂດເຈນຮຸ່ນໄໝ່ທີ່ມີ ອານຸພາບຮຸນແຮງ ໂດຍສ່ວນປະກອບທຸກຊິ້ນສ່ວນຖືກສ້າງໂດຍ ຜູ້ຊ່ຽວຊານຂອງເກົາຫຼີ ເໜືອທັງໝົດຈົນກ່າວໄດ້ວ່າສ້າງຄວາມຕື່ນຕາຕົກໃຈແລະບໍ່ພໍໃຈຕໍ່ປະຊາຄົມໂລກເປັນຢ່າງຫຼາຍກ່ອນອື່ນເຮົາມາທໍາຄວາມຮູ້ຈັກກັບອາວຸດ ເທີໂມ ນິວເຄຼຍ ຫຼືລະເບີດໄຮໂດເຈນ ອາວຸດສະນິດນີ້ເປັນອາວຸດ ນິວເຄຼຍທີ່ໃຊ້ພະລັງງານຟິວຊັນເປັນເຫຼັກ ແລະ ໃຊ້ຄວາມຮ້ອນຫຼາຍລ້ານອົງສາເຊ ເພື່ອຂັບເຂື່ອນຈົນເປັນທີ່ມາຂອງ ຊື່ເທີໂບນິວເຄຼຍ ໂດຍໃຊ້ປະຕິກິລິຍານິວເຄຍຟິວຊັນເພື່ອບີບອັດແລະຈຸດສະນວນສອງຂັ້ນນຕອນຈົນກໍ່ໃຫ້ ເກີດຜົນລັບທີ່ກໍ່ໃຫ້ເກີດການລະເບີດທີ່ເພີ່ມຄວາມຮຸນແຮງຫຼາຍຂື້ນ ເມື່ອທຽບກັບລະເບີດ ປະລາມະນູທຳມະດາ ໂດຍໜຶ່ງໃນຮູບແບບຂອງລະເບີດໄຮໂດເຈນ ຄືກົນໄກການເກີດ ປະຕິກິລິຍາ ຟິວຊັ່ນທີ່ປ່ອຍລັງສີເອັກອອກໄປກະຕຸ້ນຈົນກໍ່ ໃຫ້ເກີດປະຕິກິລິຍາຟິວຊັ່ນໃນ ໄອໂຊໂທບ ຂອງທາດໄຮໂດເຈນ ທຮິທຽມ ແລະ ດິວທີຣ້ຽມ ຈົນຫຼອມລະລາຍຮວມກັນ ແລະກໍ່ໃຫ້ເກີດການປົດປ່ອຍພະລັງງານຈຳນວນມະຫາສານແລະຮຸນແຮງກ່ວາລະເບີດນິວ ເຄຍຫຼາຍເທົ່າ.


ສໍາລັບການທົດລອງເມື່ອວັນທີ 3 ກັນຍາ 2017 ລັດຖະບານເກົາຫຼີເໜືອອ້າງວ່າພວກ ເຂົາໄດ້ປະສົບຄວາມສຳເລັດ ຢ່າງງົດງາມໃນການທົດລອງອາວຸດນິວເຄຼຍເປັນຄັ້ງທີ 6 ຊຶ່ງກ່າວໄດ້ວ່ານີ້ຄືການທົດລອງອາວຸດນິວເຄຼຍທີ່ຮຸນແຮງທີ່ສຸດ ທັ້ງຍັງສາມາດນຳລະ ເບີດໄຮໂດເຈນຕິດຕັ້ງຢູ່ຂີ່ປະນາວຸດຂ້າມທະວີບ ຂອງພວກເຂົາໄດ້ ແລະຫຼັງຈາກການທົດ ລອງຄັ້ງນີ້ ມີລາຍງານວ່າເກີດແຜນດິນໄຫວຂະໜາດ 6.3 ຮິກເຕີ ເມື່ອເວລາປະມານ 12:36 ນາທີ ຂອງວັນອາທິດທາງພາກຕາເວັນ ອອກຊ່ຽງເໜືອຂອງເກົາຫຼີເໜືອ.
ຢ່າງທີ່ກ່າວໄວ້ໃນຕອນຕົ້ນວ່າພະລັງງານຈໍານວນມະຫາສານທີ່ຖືກປ່ອຍອອກມາຈາກລະ ເບີດໄຮໂດເຈນ ນັ້ນມີຄວາມຮຸນແຮງຈົນເຖີງຂະໜາດກໍ່ໃຫ້ເກີດແຜ່ນດິນໄຫວໄດ້ ໂດຍແຮງລະເບີດທີ່ກວດພົບນັ້ນຈະມີລະລອກ ຄື່ນເຊັ່ນດຽວກັນກັບການແຜ່ນດິນໄຫວ ແຕ່ມັນຈະເປັນການເກີດຂຶ້ນຢ່າງກະທັນຫັນ ແລະ ຫາຍໄປຕາມການລະເບີດເຊິ່ງແຕກ ຕ່າງຈາກການເກີດແຜ່ນດິນໄຫວທົ່ວໄປ.ສໍາລັບການທົດສອບລະເບີດໄຮໂດເຈນ ຄັ້ງນີ້ຂອງລັດຖະບານເກົາຫຼີເໜືອ ຜູ້ຊ່ຽວຊານກ່າວ ວ່າການທົດລອງ ອາວຸດຄັ້ງນີ້ອາດຈະມີຄວາມຮຸນແຮງກ່ວາຄັ້ງກ່ອນຖືງ 10 ເທົ່າເລີຍ  ເອີ້ນໄດ້ວ່າເປັນການທ້າທາຍຊາດຕາເວັນຕົກຂອງເກົາຫຼີເໜືອໃນຄັ້ງນີ້ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບສະຫະລັດ ແລະປະຊາຄົມໂລກ ເຊັ່ນດຽວກັບລັດຖະບານຈີນ ທີ່ສະແດງຄວາມບໍ່ພໍໃຈຕໍ່ເກົາຫຼີເໜືອທີ່ເປັນພັນທະມິດໃກ້ຊິດຂອງຕົນອີກດ້ວຍ.
ທີ່ມາ: ເລົ່າສູ່ກັນຟັງ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...