Monday, 6 November 2017

ສສຊ ຊີ້ແຈງໜີ້ 3 ແຈອາດກາຍເປັນບັນຫາບານປາຍ ຖ້າລັດຖະບານບໍ່ຮີບຮ້ອນແກ້ໄຂເພາະບໍລິສັດພວມຂາດທຶນຫມູນ


ທ່ານ ປອ. ລີເບີ ລີບົວປາວ ສສຊ ແຂວງບໍລິຄຳໄຊ ໃຫ້ສຳພາດໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ສິ່ງທີ່ລັດຖະບານກຳລັງພິຈາລະນາແກ້ໄຂຢ່າງລະອຽດ ແລະ ຮອບຄອບໃນເວລານີ້ກໍ່ຄື: ໜີ້ທີ່ເອີ້ນວ່າໜີ້ 3 ແຈ (ທັງໃນ ແລະ ນອກແຜນການ) ຂອງລັດຖະ ບານທີ່ໃຫ້ນັກທຸລະກິດລົງທຶນກ່ອນ, ທຸລະກິດໄປຢືມເງິນຈາກທະນາຄານມາລົງທຶນ, ລັດຖະບານເປັນໜີ້ນັກທຸລະກິດ. ເຊິ່ງໜີ້ດັ່ງກ່າວລັດຖະບານບໍ່ຄວນປ່ອຍໃຫ້ແກ່ຍາວເກີນໄປເພາະຈະເຮັດໃຫ້ທຸລະກິດບໍ່ມີເງິນມາລົງທຶນຕໍ່, ທະນາຄານບໍ່ມີເງິນໄປໝູນວຽນຈະກໍ່ໃຫ້ເກິດວິກິດການທາງດ້ານເສດຖະກິດ ແລະ ການເງິນ (ວິກິດການໜີ້ສິນຫຼາຍເກີນໄປ) ຈະພາໃຫ້ເກີດບັນຫາເສດຖະກິດຫຼົ້ມລະລາຍ ເຊິ່ງມີຫຼາຍປະເທດໃນໂລກພົບປັນຫານີ້ມາແລ້ວ.
ທ່ານ ກ່າວຕື່ມວ່າ: ເຖິງວ່າ ສປປ ລາວ ຈະມີຕົວເລກເສດຖະກິດຂະຫຍາຍຕົວຫຼາຍປີຕິດຕໍ່ກັນບໍ່ຫຼຸດ 7%-8% ຕໍ່ປີ ແຕ່ກໍ່ຍັງຈັດຢູ່ໃນປະເທດມີຄວາມທຸກຍາກ ແລະ ຍັງຢູ່ໃນບັນຊີຄວາມດ້ອຍພັດທະນາ. ຈາກສະພາບເສດຖະກິດໂລກທີ່ກຳລັງກັບຄືນສູ່ສະພາບເດີມ, ລາຍຮັບຫຼັກຈາກແຮ່ທາດ ແລະ ການ ທ່ອງທ່ຽວ ລວມທັງແຫຼ່ງທຶນຫຼຸດລົງເຮັດໃຫ້ງົບປະມານຂອງລັດຖະບານທີ່ມີຢ່າງຈຳກັດຕາມການຕົກລົງຂອງຄະນະລັດຖະບານເຫັນວ່າຈະແບ່ງ 40% ຊຳລະໜີ້ສິນທີ່ຈຳເປັນ, 60% ນຳໄປລົງທຶນ. ໃນນີ້, 40% ສືບຕໍ່ລົງທຶນໃສ່ໂຄງການທີ່ຍັງບໍ່ທັນສຳເລັດ, ສ່ວນອີກ 20% ລົງທຶນໃສ່ໂຄງການໃໝ່ ເຊິ່ງໃນນີ້ມີ 5% ແມ່ນລົງທຶນໃສ່ແກ້ໄຂຄວາມທຸກຍາກຫຼຸດຈາກປີຜ່ານທົບເຄິ່ງ.
ກ່ອນໜ້ານີ້, ທ່ານນາຍົກລັດຖະມົນຕີໄດ້ຕອບຂໍ້ຊັກຖາມຂອງ ສສຊ ໃນກອງປະຊຸມແລ້ວ ວ່າ:ການແກ້ໄຂໂຄງການນອກແຜນຈະບໍ່ໃຫ້ມີອີກ, ໂຄງການບໍ່ມີຕົວຕົນຈະບໍ່ໃຫ້ເກີດຂຶ້ນອີກ, ລັດຖະບານ ກຳລັງກວດກາບັນດາໂຄງການເຮັດບໍ່ແລ້ວກໍ່ຍັງໄດ້ເງິນ, ໄດ້ເງິນຊໍ້າສອງເທື່ອສາມເທື່ອ ຫຼື ໄດ້ເງິນແລ້ວໜີຈ້ອຍ ແລະ ອື່ນໆ. ລັດຖະບານຈະມີມາດຕະການແກ້ໄຂໃຫ້ເໝາະສົມ ແລະ ເດັດຂາດຕາມກົດໝາຍ ແລະ ລະບຽບການກຳນົດ.
ຫລ້າສຸດໃນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ມີການຄົ້ນ ຄວ້າພິຈາລະນາການແກ້ໄຂໜີ້ສິນດ້ວຍຮູບແບບອວາຍໜີ້ 3 ແຈ: ຕໍ່ບັນຫານີ້, ກອງປະຊຸມຕົກລົງເຫັນດີອວ່າຍໜີ້ຈໍານວນ 3.250 ຕື້ກີບ ພາຍໃຕ້ເງື່ອນໄຂ: 1). ໂຄງການໃນແຜນ; 2). ໂຄງການທີ່ຜ່ານການກວດກາສຳເລັດ 100%; 3). ໂຄງການທີ່ຖືກສະພາແຫ່ງຊາດຮັບຮອງ 4). ໂຄງການທີ່ໄດ້ກູ້ຢືມຈາກທະນາຄານທຸລະກິດ ເຊິ່ງໄດ້ຮັບການຢັ້ງຢືນຈາກທະນາຄານທຸລະກິດ ແລະ ທະນາຄານກາງ.
ແຫລ່ງຂ່າວ:ເສດຖະກິດ-ການຄ້າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...