Monday, 6 November 2017

North American X-15 ເຈົ້າຂອງສະຖິຕິຄວາມໄວທີ່ສຸດໃນໂລກຕະຫຼອດ 50 ປີ


ບໍ່ແນ່ໃຈວ່າຈະເອີ້ນມັນວ່າແນວໃດດີ ຈະເອີ້ນເຮືອບິນ ຫຼື ຈະຫຼວດມີຄົນຂັບ American X-15 ຄືເຈົ້າຂອງສະຖິຕິຄວາມໄວທີສຸດຕະລອດການ ຜ່ານໄປ 50 ປີແລ້ວຍັງບໍ່ມີໃຜເອົາຊະນະໄດ້
ເຮືອບິນຮຸ້ນຂອງ X15 ອອກແບບມາໃຫ້ໃຊ້ພະລັງງານແບບດຽວກັບຈະຫຼວດ ຄືໃຊ້ອົກຊີເຈນເຫຼວ ແລະ ແອມໂມເນຍ ໂດຍອັດຕາສິ້ນເປືອງສູງນັ້ນຄືການໃຊ້ເຊື້ອເພີງທັງໝົດ 6.8 ຕັນ ໃນເວລາພຽງ 80 ວິນາທີເຮືອບິນຮຸ່ນນີ້ ນິລ ອາມສຕຣອງ ມະນຸດຄົນທຳອິດທີ່ຢຽບດວງຈັນ ເຄີຍຝຶກຊ້ອມເພື່ອໃຫ້ລຶ້ງກັບແຮງ g ກ່ອນຈະຂຶ້ນບັງຄັບຍານອະພອລໂລ 11 ໄປທີ່ດວງຈັນ
ຄວາມໄວສຸດທີ່ບັນທຶກໄວ້ຄື 6.72 ເທົ່າຂອງຄວາມໄວສຽງທີ່ 7,274 ກິໂລແມັດຕໍ່ຊົ່ວໂມງ ຂັບໂດຍ ນາວາອະວາກາດ ຕີ ວີລລຽມ ໄນທ໌ (William J. “Pete” Knight) ເມື່ອວັນທີ 3 ຕຸລາ 1967
ດ້ວຍຄວາມໄວນີ້ ທຸກມື້ນີ້ມີເຮືອບິນບໍ່ມີຄົນຂັບສາມາດບິນໄດ້ໄວກວ່ານີ້ຕັ້ງຫຼວງຫຼາຍ ແຕ່ສຳລັບເຮືອບິນທີ່ມີຄົນຂັບ ສະຖິຕິເປັນຂອງ  X-15 ຕະຫຼອດການ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...