ໃນປີ2018 ເຊິ່ງເປັນປີທ່ອງທ່ຽວ ລາວ
ແຂວງຊຽງຂວາງຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ ໄດ້1ແສນກວ່າຄົນ
ໂດຍຈະສຸ່ມໃສ່ພັດທະນາແຫລ່ງທ່ອງທ່ຽວ ແລະ ການບໍລິການໃຫ້ເປັນທີ່ດຶງດູດໃຈ, ພໍໃຈ ຂອງນັກທ່ອງທ່ຽວ
ທີ່ມາຢ້ຽມຢາມ.
ໃນອາທິດຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ຜ່ານແຜນກິດຈະກຳໃນການກະກຽມ ເປີດປີ
ທ່ອງທ່ຽວລາວ 2018 ໂດຍ ການເປັນປະທານຂອງທ່ານ ວົງສາ ດວງທອງລາ ກຳມະການພັກແຂວງ, ຫົວໜ້າພະແນກ
ຖວທ ແຂວງ, ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງຮ່າງຂອງແຜນກິດຈະກຳ, ແຜນງົບປະມານ ແລະ ປະກອບ ຄຳຄິດຄຳເຫັນໃສ່ຮ່າງແຜນດັ່ງກ່າວ, ເພື່ອສະເໜີຂັ້ນເທິງຄົ້ນຄວ້າພິຈາລະນາ
ທັງນີ້ ກໍ່ເພື່ອເຮັດໃຫ້ ການຫ້າງຫາກະກຽມ ການຈັດກິດຈະກຳເປີດ ປີທ່ອງທ່ຽວລາວ 2018
ທີ່ແຂວງຊຽງຂວາງ ເປັນທີ່ສົນໃຈ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ,
ທັງເປັນພື້ນຖານໃຫ້ແກ່ການ ກະກຽມຄວາມພ້ອມ
ໃນການເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ່ 11 ທີ່ແຂວງຊຽງ ຂວາງເປັນເຈົ້າພາບ
ທີ່ຈະໄດ້ຈັດຂຶ້ນໃນທ້າຍປີ 2018, ສຳລັບກິດຈະກຳປີທ່ອງທ່ຽວລາວ
ແຂວງຊຽງຂວາງ ໄດ້ຖືເອົາບຸນເທດສະການເຂົ້າໄກ່ນ້ອຍ ເປັນງານເປີດປີທ່ອງທ່ຽວລາວ
ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 5-8 ພະຈິກ 2018.
ທ່ານ ວົງສາ ດວງທອງລາ ກ່າວວ່າ: ແຂວງຊຽງຂວາງ ໄດ້ກຳນົດເອົາການທ່ອງທ່ຽວເປັນບູລິມະສິດອັນດັບສອງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ນັບແຕ່ ປີ 2010 ເປັນຕົ້ນມາ, ໂດຍໄດ້ມີແຜນພັດທະນາແຫລ່ງທ່ອງທ່ຽວ ແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ.
ປັດຈຸບັນນີ້, ແຂວງຊຽງຂວາງ ມີ ແຫລ່ງທ່ອງທ່ຽວທີ່ເປີດໃຫ້ບໍລິການທັງໝົດ 42
ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ 12 ແຫ່ງ, ປະຫວັດສາດ 12 ແຫ່ງ ແລະ ວັດທະນະທຳ 18
ແຫ່ງ, ເຊິ່ງໄດ້ເຮັດໃຫ້ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຊຽງຂວາງເພີ່ມຂຶ້ນ. ໃນປີ 2016 ຜ່ານມາ ຈຳນວນນັກທ່ອງທ່ຽວມີເຖິງ 74.000 ຄົນ ແລະ ໃນ 9 ເດືອນ ຂອງປີ 2017
ມີປະມານ 82.000
ຄົນ ແລະ ຄາດວ່າ ໃນປີທ່ອງທ່ຽວລາວ 2018
ຈຳນວນນັກທ່ອງທ່ຽວຈະມີເຖິງ 100.000 ກວ່າຄົນ.
ພ້ອມກັນນີ້, ທ່ານ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງ
ຈົ່ງພ້ອມກັນເອົາໃຈ ໃສ່ຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນ
ສຸ່ມໃສ່ພັດທະນາແຫລ່ງທ່ອງທ່ຽວ ແລະ ການບໍລິການ ໃຫ້ເປັນທີ່ດຶງດູດໃຈ, ພໍໃຈ ຂອງນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ແຂວງຊຽງຂວາງ ແລະ ທັງຮຽກ
ຮ້ອງໃຫ້ສື່ຂອງແຂວງຈົ່ງອອກຂ່າວໂຄສະນາທັງພາຍ ແລະ ພາຍນອກຢ່າງ ກວ້າງ ຂວາງຕໍ່ເນື່ອງ.
ແຫລ່ງທີ່ມາຈາກ ຂປລ






No comments:
Post a Comment