Wednesday, 8 November 2017
ກະຊວງພະລັງງານ ບອກວ່າ: ປີ 2020 ລາວຈະມີແຫຼ່ງຜະລິດໄຟຟ້າ 100 ແຫ່ງ
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ມາຮອດປັດຈຸບັນ ສປປ ລາວ ມີເຂື່ອນຜະລິດພະລັງງານໄຟຟ້າທັງໝົດ 47 ແຫ່ງ ດ້ວຍກຳລັງຕິດຕັ້ງທັງໝົດ 6,465 ເມກາວັດ (MW) ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35,120 ກິກະວັດໂມງຕໍ່ປີ.ໃນນັ້ນ, ເຂື່ອນໄຟຟ້າພະລັງງານນ້ຳຫຼາຍກວ່າ 40 ແຫ່ງ, ແຫຼ່ງຜະລິດ-ໄຟຟ້າພະລັງງານລົມ, ພະລັງງານຖ່ານຫີນ, ແລະ ພະລັງງານແສງຕາເວັນ.
ນອກນີ້ ປັດຈຸບັນຍັງມີອີກ 53 ແຫຼ່ງຜະລິດພະລັງງານໄຟຟ້າມີກຳລັງຕິດຕັ້ງ ທັງໝົດ 6,597 ເມກາວັດ(MW) ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 31,824 ກິກະວັດໂມງຕໍ່ປີ ທີ່ພວມລົງມືກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງ ຄາດຄະເນວ່າຈະສໍາເລັດ ທັງໝົດຮອດປີ 2020 ແລະ ໃນເວລານັ້ນ ລາວເຮົາຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ, ມີກຳລັງຕິດຕັ້ງປະມານ 13,062 ເມກາວັດ(MW) ແລະ ມີກຳລັງຜະລິດປະມານ 66,944 ກິກະວັດໂມງຕໍ່ປີ.
ທ່ານກ່າວຕື່ມວ່າ: ໃນຈຳນວນພະລັງງານທີ່ຜະລິດໄດ້ທັງໝົດປະມານ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ. ປັດຈຸບັນ ມີຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ 87% ແລະ ຄອບຄົວທີ່ມີໄຟຟ້າຊົມໃຊ້ຖາວອນແລ້ວ ກວມເຖິງ 94.18% ຂອງຈຳນວນຄອບຄົວໃນທົ່ວປະເທດ, ສ່ວນການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດ ເຊັ່ນ: ປະເທດໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ໄດ້ເພີ່ມຂຶ້ນເຖິງ 4 ເທົ່າ ເມື່ອທຽບກັບປີ 2010 ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...




No comments:
Post a Comment