Wednesday, 8 November 2017

ບັນດາທູດ ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສປປ ລາວ


ຂປລ. ໃນວັນທີ 8 ພະຈິກ 2017 ນີ້, ຢູ່ທຳນຽບປະທານປະເທດ (ຫໍຄຳ) ນະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຍື່ນສານຕາຕັ້ງ ຂອງທູດປະເທດເພື່ອນມິດຈາກ 2 ປະເທດ ເພື່ອມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້:

ເວລາ 09:00 ໂມງ ທ່ານປະທານປະເທດ ໄດ້ຕອນຮັບທ່ານ Mrs. Maria Alicia Cuzzoni de Sonchein, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາຊັງຕິນ ປະ ຈຳ ສປປ ລາວ, ເຊິ່ງມີສຳນັກງານ ຕັ້ງຢູ່ບາງກອກ, ປະເທດໄທ ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ໃນວັນທີ 27 ກໍລະກົດ 1975 ແລະ ໄດ້ມີການພົວພັນຮ່ວມມືກັນ ໃນດ້ານເສດຖະກິດ ແລະ ການຄ້າ,  ວັດທະນະ​ທໍາ, ການຮ່ວມມືດ້ານວິຊາການ ​ແລະ ອື່ນໆ.

ເວລາ 09:45 ໂມງ ທ່ານປະທານປະເທດ ໄດ້ຕ້ອນຮັບ ທ່ານ ເຊັກຄ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ ເອກອັກຄະຣາຊະທູດ ແຫ່ງ ລັດກາຕາ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານ ຕັ້ງຢູ່ບາງ ກອກ ປະເທດໄທ, ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ໃນວັນທີ 03 ກຸມພາ 2005 ແລະ ໄດ້ມີການພົວພັນຮ່ວມມືກັນ ດ້ານການເມືອງ, ເສດຖະກິດ-ການຄ້າ, ດ້ານການຮ່ວມມືສາກົນ ​ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທັງ 2 ປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງເປັນການ ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງປະເທດ​ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ ​ແລະ ມີ​ບາດກ້າວ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ, ພ້ອມ​ທັງ​ອວຍພອນ ​ໃຫ້​ທ່ານ​ທູດ​ທັງ​ 2 ປະ​ເທດ​ ຈົ່ງ​ປະສົບ​ຜົນ​ສຳ​ເລັດ​ ໃນ​ຕະຫລອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້.

​ຂ່າວ: ສຸກສະຫວັດ ພາບ:  ອ່າຍຄຳ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...