Wednesday, 8 November 2017

ຈີນຄົ້ນພົບສຸສານບູຮານອາຍຸກ່ວາ 2400 ປີ


ວັນທີ 8 ພະຈິກ 2017 ທີ່ຜ່ານມາ ເວັບໄຊຊິນຫົວລາຍງານຜົນງານການຂຸດຄົ້ນສຸສານບູຮານ ອາຍຸເຖິງ 2400 ປີ ຂອງຈີນໃກ້ກັບເມືອງຊິນເຈີ້ງ ມົນທົນເຫີໜານ ພາກກາງຂອງປະເທດ ເຕັມໄປດ້ວຍມ້າເກີນຮ້ອຍໂຕ ແລະຊາກລົດມ້າບູຮານ 4 ຄັນ ຄາດວ່າເປັນຂອງຂຸນາງນາງ ສະໄໝລັດເຈິ້ງ ເມືອງຂື້ນໃນຍຸກລາຊະວົງໂຈວ ຊຶ່ງກົງກັບຊ່ວງປີ 1046-221ປີກ່ອນ ຄສຊາກລົດມ້າ 4 ຄັນທີ່ຂຸດພົບໃນສຸສານນີ້ ຄາດວ່າ 3 ຄັນຫນ້າຈະເປັນຂອງຄອບຄົວຊົນຊັ້ນຂຸນ ນາງ ເພາະລົດມ້າທີ່ມີຂະໜາດຍາວແຕ່ 2.56 ແມັດ ແລະກ້ວາງ 1.66 ແມັດ ພາຍໃນຕິດ ຕັ້ງອຸປະກອນກັນແດດ ກັນຝົນພ້ອມກັບຕົບແຕ່ງດ້ວຍສຳຣິດ ແລະກະດູກທີ່ປະດິດຂື້ນ
ການຂຸດຄົ້ນທາງບູຮານຄະດີຄັງນີ້ກິນພື້ນທີ່ເຖິງ 20 ເຮັກຕາ ພ້ອມກັບພົບຫລຸມຝັງຂະ ຫນາດໃຫ່ຍ 18 ແຫ່ງ ພ້ອມກັບຊາກໂຄງກະດູກມ້າ ແລະລົດມ້າກ່ວາ 3.000 ຂຸມ ຕັ້ງແຕ່ ເດືອນກຸມພາປີນີ້ ນັກໂບຮານນະຄະດີຂຸດພົບຊາກລົດມ້າແລະໂຄງກະດູກມ້າແລ້ວເຖິງ 90 ໂຄງທ່ານໝ່າ ຈວນສາຍ ເຈົ້າໜ້າທີ່ຫົວໜ້າທີມການຂຸດຄົ້ນຈາກສະຖາບັນມໍລະດົກທາງວັດທະ ນະທຳ ແລະບູຮານຄະດີລະບຸວ່າ ຕົວເລກຂອງມ້າທີ່ຖືກຝັງຢູ່ໃນຫລຸມອາດມີເກີນກ່ວາ 100 ໂຕ ນອກຈາກນີ້ຍັງເສີມວ່າປ້າຍຫລຸມສົບຫລັກຖືກລັກໄປ ແລະຍັງບໍ່ມີການຄົ້ນພົບບັນທຶກ ໃດເທື່ອ ຈຶ່ງເປັນການຍາກທີ່ຈະລະບຸວ່າ ຫລຸມສົບນີ້ເປັນຂອງໃຜ ແຕ່ຫາກເບິ່ງຈາກຂະໜາດ ຂອງຫລຸມສົບແລະວັດຸບູຮານທີ່ພົບອາດເປັນຂອງເຈົ້ານະຄອນລັດ ແລະພັນລະຍາທັງນີ້ເຄື່ອງສຳຣິດໃນຫລຸມຝັງສົບຈະເປັນຫລັກຖານສຳຄັນທີ່ບົ່ງບອກເຖິງເທັກໂນໂລຊີ ການຜະລິດ ແລະຖານະທາງສັງຄົມ ລວມໄປເຖິງພິທີສົບໃນຊ່ວງເວລາດັ່ງກ່າວນຳ ພ້ອມກັນ ນີ້ທ່ານໝ່າ ເຊື່ອວ່າລົດມ້າທີ່ພົບເປັນລົດມ້າທີ່ຂຸນນາງຊັ້ນຜູ້ໃຫ່ຍ ແລະພັນລະຍາໃຊ້ເປັນປະ ຈຳທຸກວັນ
ທ່ານຫລີ່ ຫົງສາງ ຜູ້ອຳນວຍການເຂດທ່ອງທ່ຽວຫລຸມຝັງສົມມ້າ ແລະລົດມ້າໂບຮານຂອງ ລັດເຈີ້ງ ເຊື່ອວ່າ ໃນອາດີດຄົນໃນລັດເຈີ້ງ ຈະຂ້າມ້າກ່ອນ ແລ້ວເອົາລົງໄປຝັງໃກ້ກັບເຈົ້າຂອງ ຫລຸມຝັງສົບ ແລະເອົາມ້າທີ່ແຍກສ່ວນອອກມາແລ້ວຝັງທັບໄວ້ຂ້າງເທີງອີກ




No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...